ຂ່າວສານ

ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ: ສື່ມວນ​ຊົນ​ຕ້ອງ​ສືບ​ຕໍ່​ຢັ້ງ​ຢືນ​ບົດ​ບາດ ແມ່ນ​ກະ​ແສ​ຂໍ້​ມູນ​ຫຼັກ​ແຫຼ່ງ​ແກ່ນ​ສານ

ໃນ​ສະ​ພາບ​ການ​ສື່​ສັງ​ຄົມ​ອອນ​ໄລ ແລະ ປັນ​ຍາ​ປະ​ດິດ (AI) ພັດ​ທະ​ນາ​ຢ່າງ​ແຮງ​ນັ້ນ ໄດ້​ວາງ​ອອກ​ຄຳ​ຮຽກ​ຮ້ອງ​ທີ່​ນັບ​ມື້​ນັບ​ສູງ​ສຳ​ລັບ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ. ຖ້າ​ສື່ມວນ​ຊົນ​ບໍ່​​ມີ​ຄວາມຢອດ​ຢ້ຽມ, ບໍ່​ແຫຼມ​ຄົມ, ບໍ່​ວ່ອງ​ໄວ ແລະ ບໍ່​ໄປ​ກ່ອນ​ນຳ​ໜ້າ ກໍຈະ​ບໍ່​ທ່ວງ​ທັນ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຕົວ​ຈິງ.
ບັນ​ຍາ​ກາດ​ການ​ເຮັດ​ວຽກ (ພາບ: VNA)

ສື່ມວນ​ຊົນ​ຕ້ອງ​ສືບ​ຕໍ່​ຢັ້ງ​ຢືນ​ບົດ​ບາດ​ແມ່ນ​ກະ​ແສ​ຂໍ້​ມູນ​ຫຼັ​ກ​ແຫຼ່ງ​ແກ່ນ​ສານ, ປະ​ກອບ​ສ່ວນ​ປຸກ​ລຸກ​ຄວາມ​ຄາດ​ຫວັງ​ພັດ​ທະ​ນາ​ປະ​ເທດ​ຊາ​ດ ແລະ ແຜ່​ກະ​ຈາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ມະ​ນຸດ​ໃນ​ສັງ​ຄົມ. ນີ້​ແມ່ນ​ຄຳ​ເຫັນ​ຊີ້​ນຳ​ຂອງ​ທ່ານ ຈິ້ງວັນ​ກວຽດ ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໃນ​ການ​ເຮັດ​ວຽກ​ກັບ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ​ກ່ຽວ​ກັບເນື້ອ​ໃນ​ຈຸດ​ສຸມວຽກ​ງານ​ຂໍ້​ມູນຂ່າວ​ສານ, ການ​ຖະ​ແຫຼງ​ຂ່າວ ທີ່​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 30 ກໍ​ລະ​ກົດ​ຢູ່ ຮ່​າ​ໂນ້ຍ.

  ທ່ານ​ ໂດ້​ຕຽນ​ສີ ຜູ້​ອຳ​ນວຍ​ການ​ໃຫຍ່ VOV ກ່າວ​ຄຳ​ເຫັນ​ໃນ​ການ​ເຮັດ​ວຽກ (ພາບ: VNA)  

ຕາມ​ທ່ານຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ ແລະ ຂົນ​ຂ​ວາຍ​ປະ​ຊາ​ຊົນ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ ແລ້ວ, ໃນ​ສະ​ພາບ​ການ​ສື່​ສັງ​ຄົມ​ອອນ​ໄລ ແລະ ປັນ​ຍາ​ປະ​ດິດ (AI) ພັດ​ທະ​ນາ​ຢ່າງ​ແຮງ​ນັ້ນ ໄດ້​ວາງ​ອອກ​ຄຳ​ຮຽກ​ຮ້ອງ​ທີ່​ນັບ​ມື້​ນັບ​ສູງ​ສຳ​ລັບ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ. ຖ້າ​ສື່ມວນ​ຊົນ​ບໍ່​​ມີ​ຄວາມຢອດ​ຢ້ຽມ, ບໍ່​ແຫຼມ​ຄົມ, ບໍ່​ວ່ອງ​ໄວ ແລະ ບໍ່​ໄປ​ກ່ອນ​ນຳ​ໜ້າ ກໍຈະ​ບໍ່​ທ່ວງ​ທັນ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຕົວ​ຈິງ. ທ່ານ ຈິ້ງວັນ​ກວຽດ ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ​ພັກ ເນັ້ນ​ໜັກ​ຕື່ມ​ອີກວ່າ:

“ພວກ​ເຮົາ​ຕ້ອງ​ຮັກ​ສາ​ທີ່​ຕັ້ງ​ຢູ່​ແນວ​ໜ້າ​ໃນ​ການ​ປ້ອງ​ກັນ​ພື້ນ​ຖານ​ແນວ​ຄິດ​ຂອງ​ພັກ, ຮັດ​​ກຸມຄວາມ​ເປັນລະ​ບຽບ, ວິ​ໄນ​ດ້ານ​ຂໍ້​ມູນ​ຂ່າວ​ສານ. ​ບາດ​ກ້າວ​ຍຸດ​ທະ​ສາດ ເຊິ່ງ​ສູນ​ກາງວາງ​ອອກ​ແມ່ນ ເປັນ​ເຈົ້າ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ, ຍົກ​ສູງ​ຄວາມ​ທົນ​ທານ​ຂ​ອງ​ປະ​ເທດ​ຊາດ, ຕ້ອງ​ຫັນ​ຈາກ​​ການປະ​ຕິ​ເສດ​ຢູ່ໃນ​ທ່າ​ຮັບ​ໄປ​ສູ່​ເປັນ​ເຈົ້າ​ການ, ຢຶດ​ຄອງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ, ເພີ່ມ​ລັກ​ສະ​ນະ​ຕໍ່​ສູ້, ຄວາມ​ແຫຼມ​ຄົມ, ​ມີ​ພະ​ຍານຫຼັກ​ຖານ​ທີ່​ໂນ້ມ​ນ້າວ​ໃຈ​ດ້ວຍ​ຄວາມ​ເປັນ​ຈິງຢ່າງ​ທັນ​ການ”.


top