ຕາມສຳນັກຂ່າວສານ ລາວ, ໃນວັນທີ 29 ພະຈິກ 2017, ທີ່ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ ທ່ານ ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າອວຍພອນວັນຊາດ ສປປ ລາວ ຄົບຮອບ 42 ປີ ຂອງທ່ານ ຫງວຽນ ບ່າ ຮຸ່ງ ເອກອັກຄະລັດທະທູດ ສສ ຫວຽດນາມ ປະຈຳ ສປປ ລາວ.
ທີ່ການຕ້ອນຮັບ
ໃນໂອກາດດັ່ງກ່າວ, ທ່ານ ເອກອັກຄະລັດຖະທູດ ໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນຜົນສຳເລັດດ້ານຕ່າງໆຂອງປະຊາຊົນລາວ ທີ່ຍາດມາໄດ້ໃນຕະຫລອດໄລຍະຜ່ານມາ ພາຍໃຕ້ການນຳພາອັນຖືກຕ້ອງຂອງພັກປະຊາຊົນປິຕິວັດ ລາວ ແລະ ລັດຖະບານ ສປປ ລາວ, ໄດ້ຕີລາຄາສູງການພົວພັນຮ່ວມມືລະ ຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ. ໃນປີ 2017 ເຊິ່ງແມ່ນປີທີ່ປະຊາຊົນສອງຊາດລາວ-ຫວຽດນາມ ໄດ້ມີຫລາຍກິດຈະກຳເພື່ອສະເຫລີມສະຫລອງ 2 ວັນປະຫວັດສາດ ຄືວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 55 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 40 ປີ. ພ້ອມນີ້, ທ່ານທູດຍັງໄດ້ອວຍພອນໃຫ້ປະຊາຊົນລາວ ຈົ່ງສືບຕໍ່ຍາດຜົນສຳເລັດອັນໃໝ່, ໃຫຍ່ກວ່າເກົ່າໃນການປະຕິບັດມະຕິ X ຂອງພັກປະຊາຊົນປະຕິວັດ ລາວ ໃຫ້ປະກົດຜົນເປັນຈິງ.
ພ້ອມນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ຄຳອວຍພອນຂອງທ່ານທູດຫວຽດນາມ, ເຊິ່ງເປັນການສະແດງໃຫ້ເຫັນມີຈິດມິໃຈອັນດູດດື່ມ ແຫ່ງສາຍພົວພັນພິເສດ ລາວ -ຫວຽດນາມ; ພ້ອມທັງໄດ້ຕີລາຄາສູງ ຕໍ່ການພົວພັນສອງຝ່າຍໃນປີສາມັກຄີມິດຕະພາບ 2017 ລະຫວ່າງ ລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນ ນຳເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນສອງຊາດ ລາວ-ຫວຽດນາມ.
(ແຫຼ່ງຄັດຈາກ VOV)