ຕອນບ່າຍວັນທີ 26 ຕຸລາ, ທີ່ນະຄອນຫລວງ ພະນົມເປັນ, ທ່ານ Samdech Heng Samrin ປະທານກິດຕິມະສັກພັກປະຊາຊົນ ກຳປູເຈຍ, ປະທານສະພາແຫ່ງຊາດ ກຳປູເຈຍ ໄດ້ໃຫ້ການຕ້ອນຮັບຢ່າງສະໜິດສະໜົມ. ທີ່ການພົບປະ, ທ່ານນາງ ເຈືອງທິມາຍ ໄດ້ຕີລາຄາສູງການພັດທະນາອັນດີງາມຂອງການພົວພັນລະຫວ່າງ ຫວຽດນາມ - ກຳປູເຈຍ ຕາມທິດນຳ “ບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ” ແລະ ຢືນຢັນວ່າ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບ ກຳປູເຈຍ ຮັກສາ, ເສີມຂະຫຍາຍ ແລະ ສືບທອດໃຫ້ຄົນລຸ້ນຫລັງຂອງ 2 ປະເທດ ກ່ຽວກັບການພົວພັນອັນດີງາມນີ້.
ສ່ວນທ່ານປະທານ Samdech Heng Samrin ຢືນຢັນວ່າ ຍາມໃດກໍ່ຈະເອົາໃຈໃສ່, ສະໜັບສະໜູນ ແລະ ສ້າງເງື່ອນໄຂໃຫ້ແກ່ການຮ່ວມມືລະຫວ່າງຄະນະຂົນຂວາຍປະຊາຊົນສູນກາງຂອງ 2 ພັກ.
ແຫຼ່ງຄັດຈາກ VOV)