ຂ່າວສານ

ຫາງສຽງສາກົນຕີລາຄາກ່ຽວກັບການຢ້ຽມຢາມອາເມລິກາຂອງນາຍົກລັດຖະມົນຕີຫງວຽນຊວນຟຸກ

      ຫາງສຽງສາກົນສືບຕໍ່ຕີລາຄາຢ່າງຕັ້ງໜ້າກ່ຽວກັບການຢ້ຽມຢາມສະຫະລັດອາເມລິກາຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານປະທານາທິບໍດີອາເມລິກາ Donald Trump
      ທ່ານສາດສະດາຈານ Carl Thayer ຈາກອົດສະຕາລີໃຫ້ຮູ້ວ່າ ການຢ້ຽມຢາມໄດ້ປະສົບຜົນສຳເລັດຢ່າງຈົບງາມ, ອັນໄດ້ສະແດງໃຫ້ເຫັນແນວທາງການຕ່າງປະເທດຢ່າງຕັ້ງໜ້າ ແລະ ຄວາມມານະພະຍາຍາມຢ່າງໃຫຍ່ຫຼວງຂອງຫວຽດນາມ ແລະ ໄດ້ເປີດໄລຍະໃໝ່ໃນການພົວພັນລະຫວ່າງ 2 ປະເທດ. ທ່ານສາດສະດາຈານ Carl Thayer ເນັ້ນໜັກວ່າ ທ່ານປະທານາທິບໍດີອາເມລິກາເອງໄດ້ແຈ້ງໃຫ້ຊາບວ່າ ການຄ້າແມ່ນນອນຢູ່ແຖວໜ້າໃນການປຶກສາຫາລືລະຫວ່າງ 2 ຝ່າຍ.
     ສ່ວນວິທະຍຸ RFI ໃຫ້ຮູ້ວ່າ ການຢ້ຽມຢາມສະຫະລັດອາເມລິກາຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ວໍຊິຕັນ ແລະ ຮ່າໂນ້ຍໄດ້ເຫັນດີເພີ່ມທະວີການພົວພັນທາງດ້ານການປ້ອງກັນຊາດ ແລະ ການທະຫານ, ພ້ອມທັງເນັ້ນໜັກເຖິງຄວາມຕ້ອງການເຄົາລົບສິດເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ຕ້ານການກະທຳຫັນເປັນການເຄື່ອນໄຫວທາງທະຫານໃນຂົງເຂດ. 
 (ແຫຼ່ງຄັດຈາກ VOV)

top