ວັນທີ 21 ສິງຫາຜ່ານມາ, FTSE Russell ໄດ້ປະກາດໝາກຜົນຂອງການສຳຫຼວດກວດາໄລຍະເຄິ່ງປີ ໃນເດືອນກັນຍາ 2026 ຂອງປະມວນດັດຊະນີທຶນຫຸ້ນສ່ວນທົ່ວໂລກ (FTSE).
ນັກລົງທຶນໄດ້ລະດົມຊັບພະຍາກອນມະນຸດ ແລະ ວັດຖຸອຸປະກອນຈຳນວນຫຼວງຫຼາຍ ເພື່ອດຳເນີນການກໍ່ສ້າງອາຄານຜູ້ໂດຍສານ VIP ຢູ່ໂຄງການສະໜາມບິນສາກົນ ຢາບິ່ງ. ພາບ: VNA
ຕາມແຜນການແລ້ວ, ອົງການຈັດອັນດັບຄວາມໄວ້ເນື້ອເຊື່ອໃຈສາກົນ FTSE Russell ຈະເລືອກໃນຫຸ້ນຫວຽດນາມ ແລະ ນຳເຂົ້າບ້ວງດັດຊະນີລົງທຶນຂອງອົງການນີ້ຢ່າງເປັນທາງການ ນັບແຕ່ທ້າຍເດືອນກັນຍາປີນີ້. ນີ້ແມ່ນໂອກາດເພື່ອໃຫ້ຕະຫຼາດຫຼັກຊັບ ຫວຽດນາມ ເພີ່ມທະວີການດຶງດູດແຫຼ່ງທຶນສາກົນ.
ວັນທີ 21 ສິງຫາຜ່ານມາ, FTSE Russell ໄດ້ປະກາດໝາກຜົນຂອງການສຳຫຼວດກວດາໄລຍະເຄິ່ງປີ ໃນເດືອນກັນຍາ 2026 ຂອງປະມວນດັດຊະນີທຶນຫຸ້ນສ່ວນທົ່ວໂລກ (FTSE). ຕາມນັ້ນແລ້ວ, 27 ໃນຫຸ້ນຂອງ ຫວຽດນາມ ໄດ້ນຳເຂົ້າກຸ່ມດັດຊະນີທຶນທົ່ວຕະຫຼາດ (FTSE Emerging), ນັບແຕ່ວາລະທຸລະກຳໃນວັນທີ 21 ກັນຍາ, ກໍ່ແມ່ນຈຸດເວລາ ຫວຽດນາມ ຫັນປ່ຽນກາຍເປັນກຸ່ມຕະຫຼາດພົ້ນເດັ່ນ ຂັ້ນສອງຢ່າງເປັນທາງການ ຕາມການຕີລາຄາຂອງອົງການນີ້. ທ່ານນາງ ຫງວຽນທິຮັ່ງງາ, ຜູ້ອຳນວຍການໃຫຍ່ບໍລິສັດຄຸ້ມຄອງກອງທຶນ Vietcombank (VCBF), ໃຫ້ຂໍ້ສັງເກດວ່າ:
ຍົກລະດັບດ້ານໜຶ່ງແມ່ນຢັ້ງຢືນຕະຫຼາດພວກເຮົາບັນລຸໄດ້ບັນດາມາດຖານສຳລັບຕະຫຼາດພົນເດັ່ນລະດັບສອງ. ທີສອງກໍ່ແມ່ນຄວາມມຸ່ງຫວັງກ່ຽວກັບແຫຼ່ງທຶນຕ່າງປະເທດຈະເຂົ້າມາຕະຫຼາດຫວຽດນາມ. ຕົວເລກສະແດງໃຫ້ເຫັນວ່າ ບັນດາກອງທຶນຕ່າງໆຈະລົງທຶນເງິນເກືອບ 2 ຕື້ USD ເຂົ້າຕະຫຼາດ, ນີ້ກໍ່ແມ່ນໂອກາດທີ່ໃຫຍ່ຫຼວງເພື່ອຍົກລະດັບການຊຳລະ ແລະ ກຳມະສິດຂອງບັນດານັກລົງທຶນຕ່າງປະເທດຢູ່ຕະຫຼາດຫວຽດນາມ.