ຂ່າວສານ

ຫັນ​ປ່ຽນ​ຈາກ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ກາຍ​ເປັນ​ການ​ຄຸ້ມ​ຄອງ​ຄວາມສ່ຽງ​ໄພ​ທຳ​ມະ​ຊາດ

ທຸກວິ​ທີ​ການ, ທຸກ​ການ​ຕັດ​ສິນຊີ້​ນຳ, ທຸກ​ແຫຼ່ງ​ກຳ​ລັງ​ລະ​ດົມ​ຕ້ອງ​ມຸ່ງ​ໄປ​ເຖິງ​ການ​ປົກ​ປ້ອງ​ປະ​ຊາ​ຊົນ, ເປັນ​ຕົ້ນ​ແມ່ນ​ຜູ້​ມີ​ອາ​ຍຸ​ສູງ, ເດັກ​ນ້ອຍ, ແມ່​ຍິງ​ຖື​ພາ, ຄົນ​ເຈັບ, ຄອບ​ຄົວ​ທຸກ​ຍາກ,ຜູ້​ຢູ່​ໂດດ​ດຽວ, ປະ​ຊາ​ຊົນ​ເຂດ​ອັນ​ຕະ​ລາຍ, ໄປ​ຄຽງ​ຄູ່​ກັນ​ນັ້ນ, ວຽກ​ງານ​ປ້ອງ​ກັນແລະ ​ຕ້ານ​ຕ້ອງ​ໄປ​ກ່ອນ​ບາດ​ກ້າວໜຶ່ງ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກ່າວ​ຄຳ​ເຫັນ​ທີ່ການ​ເຮັດ​ວຽກ (ພາບ: TTXVN)

ຕອນ​ບ່າຍ​ວັນ​ທີ 29 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ໂຕ​ເລິມ​ໄດ້​ເປັນ​ປ​ະ​ທານການ​ເຮັດ​ວຽກ​ກັບ​ຄະ​ນະ​ພັກ​ລັດ​ຖະ​ບານ ແລະ ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ພາ​ຍຸ, ນ້ຳ​ຖ້ວມ​ໄພ​ທຳ​ມະ​ຊາດ​ຢ່າງ​ຮ້າຍ​ແຮງ ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຮອດ​ທ້າຍ​ປີ 2026.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຊີ້​ແຈ້ງວ່າ ທຸກວິ​ທີ​ການ, ທຸກ​ການ​ຕັດ​ສິນຊີ້​ນຳ, ທຸກ​ແຫຼ່ງ​ກຳ​ລັງ​ລະ​ດົມ​ຕ້ອງ​ມຸ່ງ​ໄປ​ເຖິງ​ການ​ປົກ​ປ້ອງ​ປະ​ຊາ​ຊົນ, ເປັນ​ຕົ້ນ​ແມ່ນ​ຜູ້​ມີ​ອາ​ຍຸ​ສູງ, ເດັກ​ນ້ອຍ, ແມ່​ຍິງ​ຖື​ພາ, ຄົນ​ເຈັບ, ຄອບ​ຄົວ​ທຸກ​ຍາກ,ຜູ້​ຢູ່​ໂດດ​ດຽວ, ປະ​ຊາ​ຊົນ​ເຂດ​ອັນ​ຕະ​ລາຍ, ໄປ​ຄຽງ​ຄູ່​ກັນ​ນັ້ນ, ວຽກ​ງານ​ປ້ອງ​ກັນແລະ ​ຕ້ານ​ຕ້ອງ​ໄປ​ກ່ອນ​ບາດ​ກ້າວໜຶ່ງ.

ທີ່​ການ​ເຮັດ​ວຽກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກຳ​ນົດ​ທິດ​ບັນ​ດາ​ວຽກ​ງານ​ລະ​ອຽດ​ໄລ​ຍະ 2026 – 2030, ເອົາ​ໃຈ​ຕ້ອງ​ກຳ​ນົດ​ວ່າ​ນີ້​ແມ່ນ​ໄລ​ຍະ​ສ້າງ​ພື້​ນ​ຖານ​ເພື່ອ​ຫັນ​ປ່ຽນ​ຈາກ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ມາ​ເປັນ​ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ໄພ​ທຳ​ມະ​ຊາດ, ຕ້ອງນຳ​ການຫຼຸດ​ຜ່ອນ​ຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ​ເຂົ້າ​ການ​ລົງ​ທຶນ​ສາ​ທາ​ທະ​ລະໄລ​ຍະ​ກາງ.


top