ມະຕິເລກທີ 36 - ມຕ/ສກ, ລົງວັນທີ 22 ຕຸລາ 2018 ຂອງຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ (ຊຸດທີ XII) ກ່ຽວກັບຍຸດທະສາດແຫ່ງການພັດທະນາເສດຖະກິດທະເລ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045 ແບບຍືນຍົງ, ວາງຄາດໝາຍຮອດປີ 2030, ນຳ ຫວຽດນາມ ກາຍເປັນປະເທດທີ່ມີທ່າແຮງທາງທະເລໂດຍໄວ, ອາດສາມາດເຂົ້າຮ່ວມແກ້ໄຂບັນດາບັນຫາສາກົນ, ພາກພື້ນກ່ຽວກັບດ້ານທະເລ ແລະ ມະຫາສະໝຸດ.
ກ່ຳປັ່ນຫາສິນທະເລຂອງ ຊາວປະມົງ ຫວຽດນາມ (ພາບ:TTXVN)
ມາຮອດປະຈຸບັນ, ພາຍຫຼັງປະຕິບັດມະຕິໄດ້ເກືອບ 5 ປີ, ເສດຖະກິດທະເລມີການຫັນປ່ຽນໂດຍເຫັນໄດ້ຊັດ, ປະກອບສ່ວນສຳຄັນ, ສ້າງກຳລັງໜູນການພັດທະນາປະເທດຊາດ ແລະ ແຕ່ລະທ້ອງຖິ່ນຢູ່ແຄມທະເລ.
ເພື່ອຜັນຂະຫຍາຍມະຕິເລກທີ 36 - ມຕ/ສກ, ລັດຖະບານໄດ້ປະກາດໃຊ້ມະຕິເລກທີ 26/ມຕ-ລບ, ລົງວັນທີ 5 ມີນາ 2020, ກ່ຽວກັບແຜນການສັງລວມ ແລະ ແຜນການ 5 ປີແຫ່ງການປະຕິບັດມະຕິເລກທີ 36 - ມຕ/ສກ, ໃນນັ້ນໄດ້ກຳນົດແຈ້ງກ່ຽວກັບໜ້າທີ່, ມາດຕະການຮອດປີ 2025, ພ້ອມນັ້ນແມ່ນບັນຊີລາຍຊື່ຂອງ 51 ແຜນຮ່າງ, ໂຄງການ, ໜ້າທີ່ເພື່ອໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ຜັນຂະຫຍາຍ.
ການພັດທະນາຢ່າງແຮງຂອງເສດຖະກິດທະເລ ແລະ ບັນດາທ້ອງຖິ່ນຢູ່ແຄມທະເລ
ໂດຍປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍກ່ຽວກັບຍຸດທະສາດພັດທະນາເສດຖະກິດທະເລ, ຍອດປະລິມານສິນຄ້າໄດ້ຂົນສົ່ງຜ່ານລະບົບທ່າກ່ຳປັ່ນທະເລຂອງ ຫວຽດນາມ ໃນປີ 2022 ບັນລຸກ່ວາ 733 ລ້ານໂຕນ. ວົງເງິນສົ່ງອອກສິນໃນນ້ຳຂອງ ຫວຽດນາມ ໃນປີ 2022 ບັນລຸ 11 ຕື້ ໂດລາສະຫະລັດ, ເຊິ່ງແມ່ນຕົວເລກສູງທີ່ສຸດນັບແຕ່ກ່ອນມາ. ບັນດາໂຄງການຂຸດຄົ້ນໄຟຟ້າແຮງລົມ, ໄຟຟ້າແສງຕາເວັນ ພວມພັດທະນາຢ່າງແຮງຢູ່ບັນດາແຂວງແຄມທະເລພາກກາງ ແລະ ພາກໃຕ້, ເຊິ່ງລວມມີ: ນິງທ້ວນ, ບິ່ງທ້ວນ, ຝູອຽນ, ບາກລຽວ, ຊອກຈັງ, ຈ່າວີງ, ເກີ່ນເຢິ່ (ນະຄອນ ໂຮ່ຈີມິນ). ໃນທົ່ວປະເທດມີເຂດເສດຖະກິດແຄມທະເລ 19 ແຫ່ງດ້ວຍເນື້ອທີ່ດິນໜ້າດິນ ແລະ ໜ້ານ້ຳທັງໝົດປະມານກ່ວາ 845.000 ເຮັກຕາ; ເຂດອຸດສາຫະກຳ 330 ແຫ່ງ. ກ່ຽວກັບສິ່ງດັ່ງກ່າວ, ທ່ານຮອງສາດສະດາຈານ, ປອ ເຈິ່ນດິ່ງທຽນ, ອະດິດຫົວໜ້າສະຖາບັນຄຸ້ມຄອງເສດຖະກິດສູນກາງ, ສະມາຊິກໜ່ວຍທີ່ປຶກສາເສດຖະກິດຂອງນາຍົກລັດຖະມົນຕີ, ໃຫ້ຮູ້ວ່າ:
“ການວາງແຜນຜັງການພັດທະນາຂອງບັນດາແຂວງແຄມທະເລ, ກ່ຽວກັບຂອບຂະໜາດ ແລະ ທີ່ຕັ້ງ, ໄດ້ຮັບການຍົກລະດັບຂຶ້ນ. ເຂດເສດຖະກິດທະເລຫຼາຍແຫ່ງສືບຕໍ່ພັດທະນາຢ່າງແຮງ, ກາຍເປັນເຂດການເສດຖະກິດທະເລທີ່ມີຄວາມໝາຍທີ່ສຸດ. ພົ້ນເດັ່ນແມ່ນ ຝູກວັກ, ເວີນຟອງ, ເວີນດົນ, ຮ້າລອງ ໄດ້ມີການຫັນປ່ຽນຢ່າງເຂັ້ມແຂງ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ໄລຍະຈະມາເຖິງ, ພວກເຮົາຈະມີບັນດາບາດກ້າວພັດທະນາຢ່າງເປັນລະບົບ”.