ເຫດການ ແລະ ບັນຫາ

ຫັນຄວາມສໍາເລັດ ຂອງ ງານຕະຫຼາດນັດ ລະດູໃບໄມ້ຫຼົ່ນ ໃຫ້ເປັນແຮງຜັັກດັນ ສຳລັບງານຕະຫຼາດນັດລະດູບານໃໝ່

ຈາກຜົນສໍາເລັດ ຂອງ ງານຕະຫຼາດນັດ ລະດູໃບໄມ້ຫຼົ່ນ ຄັ້ງທີ    1–2025, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ຢືນຢັນວ່າ ຫວຽດ ນາມ ບໍ່ພຽງແຕ່ຈັດຕັ້ງສຳເລັດເຫດການເສດຖະກິດ-ວັດທະນະ ທຳ ລະດັບຊາດເທົ່ານັ້ນ, ແຕ່ຍັງເປີດໂອກາດໃໝ່ໆ ສຳລັບການພັດທະນາການຄ້າ, ການລົງທຶນ ແລະ ການແລກປ່ຽນສາກົນ. ທ່ານ ໄດ້ສະເໜີ ໃຫ້ຈັດງານຕະຫຼາດນັດ ລະດູບານໃໝ່ຂຶ້ນ ເພື່ອເປັນການສານຕໍ່ ຢ່າງເປັນທຳມະຊາດ, ໂດຍທີ່ຈິດວິນຍານແຫ່ງຄວາມຄິດສ້າງສັນ, ການຮ່ວມມື ແລະ ຄວາມມຸ່ງມາດປາດຖະ ໜາ ທີ່ຈະກ້າວຂຶ້ນ ຂອງ ຫວຽດນາມ ສືບຕໍ່ເຜີຍແຜ່ອອກຢ່າງແຂງແຮງ ໃນຍຸກສະໄໝໃໝ່...

ຈາກຜົນສໍາເລັດ ຂອງ ງານຕະຫຼາດນັດ ລະດູໃບໄມ້ຫຼົ່ນ ຄັ້ງທີ    1–2025, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ຢືນຢັນວ່າ ຫວຽດ ນາມ ບໍ່ພຽງແຕ່ຈັດຕັ້ງສຳເລັດເຫດການເສດຖະກິດ-ວັດທະນະ ທຳ ລະດັບຊາດເທົ່ານັ້ນ, ແຕ່ຍັງເປີດໂອກາດໃໝ່ໆ ສຳລັບການພັດທະນາການຄ້າ, ການລົງທຶນ ແລະ ການແລກປ່ຽນສາກົນ. ທ່ານ ໄດ້ສະເໜີ ໃຫ້ຈັດງານຕະຫຼາດນັດ ລະດູບານໃໝ່ຂຶ້ນ ເພື່ອເປັນການສານຕໍ່ ຢ່າງເປັນທຳມະຊາດ, ໂດຍທີ່ຈິດວິນຍານແຫ່ງຄວາມຄິດສ້າງສັນ, ການຮ່ວມມື ແລະ ຄວາມມຸ່ງມາດປາດຖະ ໜາ ທີ່ຈະກ້າວຂຶ້ນ ຂອງ ຫວຽດນາມ ສືບຕໍ່ເຜີຍແຜ່ອອກຢ່າງແຂງແຮງ ໃນຍຸກສະໄໝໃໝ່...

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແລະ ບັນດາຜູ້ແທນ ເຂົ້າຮ່ວມ ພິທີປິດງານຕະຫຼາດນັດລະດູໃບໄມ້ຫຼົ່ນ ຄັ້ງທີ 1 - 2025.

* ຮ່ອງຮອຍ ຂອງ ງານຕະຫຼາດນັດ ລະດູທຳອິດ 

ໃນຕອນຄໍ່າ ວັນທີ 3 ພະຈິກ, ທີ່ສູນວາງສະແດງແຫ່ງຊາດ (ຕາ ແສງ ດົງແອັງ, ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ເຂົ້າຮ່ວມ ພິທີປິດງານຕະຫຼາດນັດລະດູໃບໄມ້ຫຼົ່ນ ຄັ້ງທີ 1 – 2025, ພ້ອມທັງສືບຕໍ່ເປີດໂຄງການລະດົມທຶນ ເພື່ອຊ່ວຍເຫຼືອພີ່ນ້ອງ ປະຊາຊົນ ຢູ່ເຂດປະສົບໄພ ພາຍຸ-ນໍ້າຖ້ວມ ໃນຫົວຂໍ້: “ລະດູໃບໄມ້ຫຼົ່ນ ແຫ່ງຄວາມຫວັງ - ແບ່ງປັນຄວາມຮັກແພງ”.

ເຂົ້າຮ່ວມພິທີໃນຄັ້ງນີ້ ມີ ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທງເຊີນ, ພ້ອມດ້ວຍບັນດາການນຳຂະແໜງການ, ທ້ອງຖິ່ນ, ບັນດາອົງການ ການທູດ, ອົງການຈັດຕັ້ງສາກົນ ແລະ ບັນດາບໍລິສັດ ພາຍໃນ ແລະ ຕ່າງປະເທດ ນັບຫຼາຍຮ້ອຍແຫ່ງ.  

ໄດ້ຈັດຂຶ້ນແຕ່ວັນທີ 25 ຕຸລາ ເຖິງ ວັນທີ 4 ພະຈິກ, ງານຕະຫຼາດ ນັດ ລະດູໃບໄມ້ຫຼົ່ນ ຄັ້ງທີ 1 - 2025 ເປັນການເລີ່ມຕົ້ນ ຂອງຊຸດ ກິດຈະກຳສົ່ງເສີມການຄ້າ, ການລົງທຶນ ແລະ ວັດທະນະທຳ ລະ ດັບຊາດ ໃນຍຸກໃໝ່. ດ້ວຍການເຂົ້າຮ່ວມ ຂອງ ອົງການຈັດຕັ້ງ, ບໍລິສັດ ພາຍໃນ ແລະ ຕ່າງປະເທດກວ່າ 2.500 ແຫ່ງ ທ່ີມາຈາກ ຍີ່ປຸ່ນ, ສ ເກົາຫຼີ, ສິງກະໂປ, ນິວຊີແລນ, ສະຫະພາບເອີຣົບ...ພ້ອມດ້ວຍຮ້ານວາງສະແດງ 3.000 ຮ້ານ, ງານຕະຫຼາດ ນັດໄດ້ກາຍເປັນຈຸດເຕົ້າໂຮມ ຂອງ ບັນດາຜະລິດຕະພັນ ທີ່ໂດດເດັ່ນ ໃນຂົງເຂດອຸດສາຫະກຳ, ວິທະຍາສາດ - ເຕັກໂນໂລຊີ, ອຸດສາ ຫະກຳ ວັດທະນະທຳ, ຜະລິດຕະພັນກະສິກຳ, ອາຫານ, ການຄ້າທາງເອເລັກໂຕຣນິກ ແລະ ການທ່ອງທ່ຽວ.

 

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ກ່າວຄຳເຫັນໃນພິທີປິດ ງານຕະຫຼາດນັດລະດູໃບໄມ້ຫຼົ່ນ ຄັ້ງທີ 1 - 2025.

 

ງານຕະຫຼາດນັດ ໄດ້ສ້າງສະຖິຕິທີ່ໂດດເດັ່ນ 6 ຢ່າງຄື: ຂະໜາດໃຫຍ່ທີ່ສຸດ, ສະຖານທີ່ ທັນສະໄໝທີ່ສຸດ, ຜະລິດຕະພັນ ຫຼາກຫຼາຍທີ່ສຸດ, ຄຸນນະພາບສູງສຸດ, ກິດຈະກຳ ທີ່ໜ້າສົນໃຈທີ່ສຸດ ແລະ ນະໂຍບາຍສິດທິພິເສດ ທີ່ດີທີ່ສຸດ. ໃນ 10 ວັນ, ເຫດການ ໄດ້ດຶງດູດ ຜູ້ເຂົ້າຊົມ ກວ່າ 100.000 ເທື່ອຄົນຕໍ່ວັນ, ມີການເຈ ລະຈາ ການຄ້າກວ່າ 2.000 ຄັ້ງ, ຂໍ້ຕົກລົງຮ່ວມມື ກວ່າ 100 ສະ ບັບ ແລະ ມູນຄ່າສັນຍາ, ບົດບັນທຶກຊ່ວຍຈຳເກືອບ 5.000 ຕື້ດົ່ງ.  

ຄຽງຄູ່ກັບກິດຈະກຳ ວາງສະແດງ, ຍັງມີກອງປະຊຸມ, ງານສຳມະນາ, ເວທີສົນທະນາ ແລະ ງານບຸນພິເສດ ກວ່າ 30 ງານ ໄດ້ຈັດຂຶ້ນ ເຊິ່ງເປັນການສ້າງພື້ນທີ່ເຊື່ອມຕໍ່ ລະຫວ່າງ ວັດທະນະທຳ - ເຕັກໂນໂລຊີ - ເສດຖະກິດ, ນຳປະສົບການ ທີ່ມີຊີວິດຊີວາ ມາໃຫ້ແກ່ຜູ້ເຂົ້າຊົມ.  

ເພື່ອຕອບສະໜອງ ຕາມການຮຽກຮ້ອງ ຂອງ ຄະນະກຳມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ, ຄະນະຈັດຕັ້ງ ງານຕະຫຼາດນັດ ໄດ້ເປີດການລະດົມທຶນ ຊ່ວຍເຫຼືອພີ່ນ້ອງ ປະຊາ ຊົນ ຢູ່ເຂດພາກກາງ ແລະ ເຂດພູດອຍ ທາງພາກເໜືອ ທີ່ໄດ້ຮັບຜົນເສຍຫາຍຈາກພາຍຸ-ນໍ້າຖ້ວມ. ມາຮອດປັດຈຸບັນ, ຄະນະຈັດຕັ້ງ ໄດ້ຮັບການສະໜັບສະໜູນ 316 ຕື້ດົ່ງ ຜ່ານໂຄງການ “ລະ ດູໃບໄມ້ຫຼົ່ນ ແຫ່ງຄວາມຫວັງ - ແບ່ງປັນ ຄວາມຮັກແພງ”.

 

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ເນັ້ນໜັກວ່າ ຄວາມສຳ ເລັດ ຂອງ ງານຕະຫຼາດນັດລະດູໃບໄມ້ຫຼົ່ນ ຄັ້ງທີ 1 -2025 ເປັນການຢືນຢັນວ່າ ຕະຫຼາດ ຫວຽດນາມ ບໍ່ພຽງແຕ່ດຶງດູດໃຈ ຍ້ອນຂະໜາດ ແລະ ຄວາມໄວ ຂອງ ການພັດທະນາເທົ່ານັ້ນ, ແຕ່ຍັງເປັນ “ຈຸດໝາຍປາຍທາງ” ທີ່ປອດໄພ, ເປັນມິດ, ເຕັມໄປດ້ວຍຄວາມຫວັງ ແລະ ໜ້າສົນໃຈ ສຳລັບນັກລົງທຶນ ສາກົນອີກດ້ວຍ.

 

ກ່າວຄຳເຫັນ ໃນພິທີປິດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ສະແດງຄວາມຂອບໃຈ ຕໍ່ຊຸມຊົນທຸລະກິດ, ປະຊາຊົນ ທົ່ວປະ ເທດ ແລະ ເພື່ອນມິດສາກົນ ທີ່ໄດ້ຮ່ວມເດີນທາງ ແລະ ແບ່ງປັນກັບພີ່ນ້ອງປະຊາຊົນ ຢູ່ເຂດໄພພິບັດ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ: “ຈິດໃຈແຫ່ງມະນຸດສະທຳນີ້ ແມ່ນການສະແດງອອກ ທີ່ສູງສົ່ງທີ່ສຸດ ຂອງ ຄວາມຮັກຊາດ, ຄວາມສາມັກຄີ ພາຍໃນຊາດ, ເຊິ່ງເປັນກຳລັງແຮງພາຍໃນ ທີ່ຊ່ວຍໃຫ້ ຫວຽດນາມ ກ້າວໄປໄກ ແລະ ໝັ້ນຄົງກວ່າເກົ່າ”.

  ຕາມທ່ານນາຍົກລັດຖະມົນຕີ, ໃນຫົວຂໍ້ “ເຊື່ອມຕໍ່ຜູ້ຄົນກັບ ການ ຜະລິດ, ທຸລະກິດ”, ງານຕະຫຼາດນັດລະດູໃບໄມ້ຫຼົ່ນ ຄັ້ງທີ 1-2025 ບໍ່ພຽງແຕ່ ເປັນເວທີປຶກສາຫາລືສົ່ງເສີມການລົງທຶນ-ການ ຄ້າເທົ່ານັ້ນ, ແຕ່ຍັງເປັນ “ພື້ນທ່ີການຄ້າ ທ່ີແທ້ຈິງ”, ບ່ອນທີ່ຜູ້ຄົນ ຖືໃຫ້ເປັນໃຈກາງ ຂອງ ທຸກໆ ກິດຈະກຳ ການພັດທະນາ.

  ທ່ານ ຢືນຢັນວ່າ: “ງານຕະຫຼາດນັດ ແມ່ນງານບຸນ ຂອງ ເຕັກໂນໂລຊີ ສ້າງສັນ ແລະ ສິລະປະ ວັດທະນະທຳ - ບ່ອນທີ່ ການພັດ ທະນາ ເສດຖະກິດ ໄປຄຽງຄູ່ກັບ ການພັດທະນາ ວັດທະນະທຳ, ສັງຄົມ ແລະ ຜູ້ຄົນ”.

  ທ່ານນາຍົກລັດຖະມົນຕີ ກ່າວວ່າ ແຕ່ລະຮ້ານວາງສະແດງວ່າເປັນ “ສິ້ນສ່ວນໜຶ່ງ ຂອງ ວັດທະນະທຳ ຫວຽດນາມ”, ບອກເລົ່າເລື່ອງລາວ ກ່ຽວກັບຜະລິດຕະພັນ, ທ້ອງຖິ່ນ ແລະ ຜູ້ຄົນ-ຕັ້ງແຕ່ ເຕັກໂນໂລຊີສູງ, ພະລັງງານສີຂຽວ, ຜະລິດຕະພັນສ້າງສັນ ຈົນເຖິງສິນ ຄ້າພິເສດ ຂອງ ແຕ່ລະພາກພື້ນ. ຍີ່ຫໍ້ ຫວຽດນາມ ຈຳ ນວນຫຼາຍ ໄດ້ຮັບການຕີລາຄາສູງຈາກສາກົນ, ເປີດໂອກາດ ການສົ່ງອອກໃໝ່, ປະກອບສ່ວນຍົກລະດັບ ຮູບພາບ ສິນຄ້າ ຫວຽດນາມ ໃນຕະຫຼາດໂລກ.

 

ການນຳພັກ, ລັດ ມອບໃບຢັ້ງຢືນ ແລະ ສັນຍາລັກ ຍ້ອງຍໍ ໃຫ້ແກ່ບັນດາອົງການຈັດຕັ້ງ, ບໍລິສັດ ທີ່ໂດດເດັ່ນ.

* ຢືນຢັນຖານະ ຫວຽດນາມ ທີ່ຂະຫຍັນຂັນແຂງ ແລະ ເປັນມິດ

 ທ່ານນາຍົກລັດຖະມົນຕີ ກ່າວວ່າ ຄວາມສຳເລັດ ຂອງ ງານຕະ ຫຼາດນັດ ລະດູໃບໄມ້ຫຼົ່ນ ຄັ້ງທີ 1 - 2025 ໄດ້ຢັ້ງຢັນວ່າ ຕະຫຼາດ ຫວຽດນາມ ບໍ່ພຽງແຕ່ ດຶງດູດໃຈ ຍ້ອນຂະໜາດ ແລະ ຄວາມໄວ ຂອງ ການພັດທະນາເທົ່ານັ້ນ, ແຕ່ຍັງເປັນ ຈຸດໝາຍປາຍທາງທີ່ປອດໄພ, ເປັນມິດ ແລະ ເຕັມໄປດ້ວຍ ຄວາມຫວັງ ສໍາລັບນັກລົງທຶນສາກົນ.

  ງານຕະຫຼາດນັດແມ່ນສັນຍາລັກ ຂອງ ຈິດໃຈສາມັກຄີ, ຄວາມປາດຖະໜາ ໃນການພັດທະນາ ແລະ ຄວາມເຊື່ອໝັ້ນ ຕໍ່ ຫວຽດ ນາມ ທີ່ຂະຫຍັນຂັນແຂງ, ສ້າງສັນ ແລະ ກ້າວໄປສູ່ ອະນາຄົດ, ພ້ອມທັງຍົກຍ້ອງ ຄວາມພະຍາຍາມ ຂອງ ບັນດາຂະແໜງການ, ທ້ອງຖິ່ນ, ທຸລະກິດ ແລະ ປະຊາຊົນ ໃນການຈັດຕັ້ງ “ງານບຸນເສດຖະກິດ - ວັດທະນະທໍາ ທີ່ຫຼາກຫຼາຍສີສັນ”.

 

ໃນພິທີປິດ, ຄະນະຈັດຕັ້ງງານຕະຫຼາດນັດລະດູໃບໄມ້ຫຼົ່ນ ຄັ້ງທີ 1 - 2025 ໄດ້ສະແດງຄວາມຂອບໃຈ ແລະ ມອບ-ຮັບເຄື່ອງບໍລິ ຈາກ ເພື່ອຊ່ວຍເຫຼືອ ພີ່ນ້ອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກພາຍຸ-ນໍ້າຖ້ວມ, ໄພພິບັດທຳມະຊາດ ຢູ່ພາກກາງ ແລະ ເຂດພູດອຍທາງພາກເໜືອ ຕາມການຮຽກຮ້ອງ ຂອງ ທ່ານນາຍົກລັດ ຖະມົນຕີ ໃນພິທີເປີດງານຕະຫຼາດນັດ.

 

ເພື່ອສືບຕໍ່ຄວາມສໍາເລັດນີ້, ທ່ານນາຍົກລັດຖະມົນຕີ ໄດ້ມອບໃຫ້ ກະຊວງອຸດສາຫະກຳ ແລະ ການຄ້າ ເປັນເຈົ້າການ ໃນການສ້າງຮູບແບບ ການຈັດງານຕະຫຼາດນັດ ລະດູໃບໄມ້ຫຼົ່ນ ໃຫ້ເປັນ ປະຈຳປີ, ເປັນມືອາຊີບ ແລະ ທັນສະໄໝຍິ່ງຂຶ້ນ, ພ້ອມທັງສະເໜີ ແຜນການ ຈັດງານຕະຫຼາດນັດ ລະດູບານໃໝ່ ຄັ້ງທີ 1 - 2026.

  ທ່ານໄດ້ຮຽກຮ້ອງໃຫ້ບັນດາຂະແໜງການ, ທ້ອງຖິ່ນ ແລະ ທຸລະກິດ ຫັນຜົນການເຈລະຈາ ການຄ້າ ໃຫ້ເປັນໂຄງການຕົວຈິງ, ຂະ ຫຍາຍ ການຮ່ວມມື, ພັດທະນາແບບຍືນຍົງ ແລະ ສືບຕໍ່ ສະແດງ ຄວາມຮັບຜິດຊອບ ຕໍ່ສັງຄົມ ຜ່ານການຊ່ວຍເຫຼືອ ພີ່ນ້ອງປະຊາ ຊົນ ຢູ່ເຂດໄພພິບັດ.

  ທ່ານນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງໃຫ້ຄູ່ຮ່ວມມືສາກົນ ສືບ ຕໍ່ຮ່ວມເດີນທາງກັບ ຫວຽດນາມ ໃນດ້ານການລົງທຶນ, ການຖ່າຍທອດເຕັກໂນໂລຊີ, ການຝຶກອົບຮົມບຸກຄະລາກອນ ແລະ ການພັດທະນາສີຂຽວ. ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ການເຊື່ອມໂຍງການຮ່ວມມື, ແນວຄິດສ້າງສັນ ແລະ ຜະລິດຕະພັນ ທີ່ມີຍີ່ຫໍ້ ຫວຽດນາມ ຈະສືບຕໍ່ໄດ້ຮັບການປັບປຸງ, ກາຍເປັນແຫຼ່ງຊັບພະຍາກອນໃໝ່ ສຳລັບການເຕີບໂຕ ແລະ ການເຊື່ອມໂຍງ ຂອງ ປະເທດ.

 

ລາຍການສະແດງສິລະປະ ໃນພິທີປິດງານຕະຫຼາດນັດ ລະດູໃບໄມ້ຫຼົ່ນ ຄັ້ງທີ 1 - 2025.

 

ງານຕະຫຼາດນັດລະດູໃບໄມ້ຫຼົ່ນ ຄັ້ງທີ 1 - 2025 ໄດ້ປິດລົງ ດ້ວຍຕົວເລກທີ່ໜ້າປະທັບໃຈ, ຄຳໝັ້ນສັນຍາຮ່ວມມືທີ່ເຂັ້ມແຂງ ແລະ ຈິດໃຈທີ່ເຜີຍແຜ່ ຢ່າງແຂງແຮງ - ການເດີນທາງເຊື່ອມຕໍ່ລະ ຫວ່າງ ຜູ້ຄົນ, ຄວາມຄິດສ້າງສັນ ແລະ ການພັດທະນາ.

  ຈາກຄວາມສໍາເລັດ ຂອງ ລະດູໃບໄມ້ຫຼົ່ນ, ລະດູບານໃໝ່ ກຳລັງ ຈະເລີ່ມຕົ້ນ, ໝັ້ນໝາຍຈະສືບຕໍ່ ສ່ອງແສງ ແຫ່ງຄວາມປາດຖະໜາ ຂອງ ຫວຽດນາມ ເພື່ອເຮັດໃຫ້ປະເທດຊາດເຂັ້ມແຂງ, ວັດ ທະນາຖາວອນ, ສີວິໄລ ແລະ ມີຄວາມສຸກ ໃນຍຸກສະໄໝໃໝ່. 

ບົດ ແລະ ພາບໂດຍ: ເງິນຮ່່າ, ຫວຽດເກື່ີອງ - ແປໂດຍ: ບິກລຽນ


top