ຂ່າວສານ

ຫວຽນາມວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ສະ​ພາບ​ການ​ເກີດ​ການ​ປະ​ທະ​ກັນ​ພວມ​ເພີ່ມ​ຂຶ້ນ​ຢ່າງ​ສັບ​ສົນ​ຢູ່​ພາກ​ພື້ນຕ​າ​ເວັນ​ອອກ​ກາງ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຢຸດຕິບັນດາການກະທຳດ້ານການທະຫານ, ໃນນັ້ນມີການບຸກໂຈມຕີເລັ່ງໃສ່ຮາກຖານນິວເຄຼຍ, ສືບຕໍ່ບັນດາຄວາມມານະພະຍາຍາມເຈລະຈາ, ແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິພາບວິທີ, ບົນພື້ນຖານກົດໝາຍສາກົນ, ເປັນຕົ້ນແມ່ນ ກົດບັດ ສປຊ.
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

ວັນທີ 22 ມິຖຸນາ, ໂດຍຕອບສຳພາດຕໍ່ນັກຂ່າວສະເໜີໃຫ້ຮູ້ປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງ ອາເມລິກາ ບຸກໂຈມຕີຮາກຖານນິວເຄຼຍຂອງ ອີຣານ ຈຳນວນໜຶ່ງໃນຕອນເຊົ້າວັນທີ 22 ມິຖຸນາ, ຕາມເວລາຫວຽດນາມ. ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ: ຫວຽດນາມ ຮູ້ສຶກວິຕົກກັງວົນຢ່າງເລິກເຊິ່ງຕໍ່ ສະພາບການປະທະກັນທີ່ພວມເພີ່ມຂຶ້ນຢ່າງສັບສົນຢູ່ ພາກພື້ນຕາເວັນອອກກາງ, ນາບຂູ່ຢ່າງຮ້າຍແຮງຕໍ່ຊີວິດອິນຊີ ແລະ ຄວາມປອດໄພຂອງສາມັນຊົນ, ສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ໂລກ. ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຢຸດຕິບັນດາການກະທຳດ້ານການທະຫານ, ໃນນັ້ນມີການບຸກໂຈມຕີເລັ່ງໃສ່ຮາກຖານນິວເຄຼຍ, ສືບຕໍ່ບັນດາຄວາມມານະພະຍາຍາມເຈລະຈາ, ແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິພາບວິທີ, ບົນພື້ນຖານກົດໝາຍສາກົນ, ເປັນຕົ້ນແມ່ນ ກົດບັດ ສປຊ, ເຄົາລົບອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ, ກົດໝາຍວ່າດ້ວຍມະນຸດສະທຳສາກົນ ແລະ ຂໍ້ກຳນົດຂອງອົງການພະລັງງານປະລາມານູສາກົນ (IAEA).


top