ຂ່າວສານ

ຫວຽດ¬ນາມ ແມ່ນຕະ¬ຫຼາດທີ່ມີຄວາມສາ¬ມາດບົ່ມຊ້ອນຂອງບັນ¬ດາບໍ¬ລິ¬ສັດຂາຍຍ່ອຍ ອິນໂດເນເຊຍ

      ສ່ວນຫຼາຍບັນ­ດາບໍ­ລິ­ສັດຂາຍຍ່ອຍທັນສະ­ໄໝຢູ່ ອິນໂດເນເຊຍ, ທີ່ເຄື່ອນໄຫວໃນຂົງ­ເຂດ Minimarket ແລະ Super market ເປັນຕົ້ນ, ຢາກເປີດກ້ວາງການດຳ­ເນີນທຸ­ລະກິດໄປຍັງ ຫວຽດ­ນາມ.

ຫວຽດ­ນາມ ແມ່ນຕະ­ຫຼາດທີ່ມີຄວາມສາ­ມາດບົ່ມຊ້ອນຂອງບັນ­ດາບໍ­ລິ­ສັດຂາຍຍ່ອຍ ອິນໂດເນເຊຍ 
(ພາບ: TTXVN)
      ກ່າວຄຳເຫັນຕໍ່ວົງການນັກຂ່າວໃນຫວ່າງມໍ່ມານີ້, ທ່ານ Roy Nicholas Mandy ປະ­ທານສະ­ມາ­ຄົມບັນ­ດາບໍ­ລິ­ສັດຂາຍຍ່ອຍ ອິນໂດເນເຊຍ ໄດ້ຮຽກ­ຮ້ອງໃຫ້ລັດ­ຖະ­ບານອິນໂດເນເຊຍສະ­ໜັບ­ສະ­ໜູນຄວາມມາ­ນະພະ­ຍາ­ຍາມຂອງບັນ­ດາບໍ­ລິ­ສັດຢູ່ປະ­ເທດນີ້ໃນການເປີດກ້ວາງການດຳ­ເນີນທຸ­ລະກິດໄປຍັງຕ່າງ­ປະ­ເທດຜ່ານການປັບ­ປຸງ ຫຼືໂຍະ­ຍານບັນ­ດາຂໍ້ກຳ­ນົດທີ່ກ່ຽວ­ຂ້ອງ, ກໍ່ຄືຍູ້ແຮງການເຈ­ລະ­ຈາກັບລັດ­ຖະ­ບານບັນ­ດາປະ­ເທດທີ່ກ່ຽວ­ຂ້ອງເພື່ອຂໍອອກໃບອະ­ນຸ­ຍາດດຳ­ເນີນທຸ­ລະກິດໃຫ້ແກ່ບັນ­ດາບໍ­ລິ­ສັດຂາຍຍ່ອຍ.
        ປັດ­ຈຸ­ບັນມີ 2 ບໍ­ລິ­ສັດຂາຍຍ່ອຍອິນໂດເນເຊຍ ໄດ້ດຳ­ເນີນທຸ­ລະກິດຢູ່ ຫວຽດ­ນາມ, ລວມມີບໍ­ລິ­ສັດ PT Perintis Servives ດ້ວຍລະ­ບົບຮ້ານຂາຍ ຜະ­ລິດຕະພັນການຢາ Century Health ຢູ່ ນະ­ຄອນ ໂຮ່ຈີມິນ ແລະ ບໍ­ລິ­ສັດ PT Mitra Adiperkasa (MAP) Tbk ດ້ວຍບັນ­ດາເຄື່ອງ­ໝາຍການຄ້າທີ່ມີຊື່ສຽງໃນໂລກໃນຂົງ­ເຂດ Fashion , ອາ­ຫານການກິນ - ເຄື່ອງດື່ມ ຄື Burger King, Debenhams, H&M, Reebok, Stradivarius ແລະ Zara.
 (ແຫຼ່ງຄັດຈາກ VOV)


top