ຫວຽດນາມ ໄດ້ລື່ນກາຍບາງປະເທດ ຄື ອິນເດຍ, ຈີນ… ແລະ ໄດ້ກາຍເປັນສະຖານທີ່ດູດດື່ມທີ່ສຸດຢູ່ ອາຊີ ຕໍ່ນັກລົງທຶນຕ່າງປະເທດ.
ນີ້ແມ່ນຄຳຕີລາຄາຂອງ ພາກສ່ວນໄຈ້ແຍກຂໍ້ມູນ (EIU) ສັງກັດວາລະສານ The Economist ຂອງ ອັງກິດ ທີ່ໄດ້ຍົກອອກໃນບົດລາຍງານໜຶ່ງທີ່ໄດ້ເອົາລົງໃນເວັບໄຊ eurasiantimes.com ໃນວັນທີ 14 ມັງກອນ.
ຕາມບົດລາຍງານຂອງ EIU ແລ້ວ, ບັນດາປັດໄຈທີ່ເຮັດໃຫ້ ຫວຽດນາມ ມີຄວາມດູດດື່ມກວ່າປະເທດອື່ນໆນັ້ນແມ່ນ ຍ້ອນ ຫວຽດນາມ ມີກຳລັງຜັກດັນໃຫ້ວິສາຫະກິດສາກົນມາສ້າງຕັ້ງໂຮງງານຜະລິດຜະລິດຕະພັນເຕັກໂນໂລຢີສູງ, ຄ່າແຮງງານຕ່ຳ ແລະ ນັບມື້ນັບມີຫຼາຍສັນຍາການຄ້າເສລີໄດ້ຮັບການລົງນາມ. ນະໂຍບາຍຕ່າງໆ ໄດ້ຮັບການປັບປຸງໃຫ້ສອດຄ່ອງກັບສະພາບການຕົວຈິງເປັນປະຈຳ. ນອກຈາກນັ້ນ, ສະພາບການດ້ານການເມືອງ - ສັງຄົມ ມີສະຖຽນລະພາບ ແລະໂຄງປະກອບປະຊາກອນ ໄດ້ຊ່ວຍໃຫ້ ຫວຽດນາມ ມີຄວາມເຊື່ອໝັ້ນຈາກນັກລົງທຶນຕ່າງປະເທດຫຼາຍກວ່າອີກ.
(ແຫຼ່ງຄັດຈາກ VOV)