ວັນທີ 01 ທັນວາ, ຢູ່ສະວິດ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ໄດ້ເຂົ້າຮ່ວມວາລະສຳຫຼວດກວດຄືນນະໂຍບາຍການຄ້າຄັ້ງທີ 9 ຂອງ ໄທ. ເມື່ອກ່າວຄຳເຫັນທີ່ວາລະປະຊຸມ, ທ່ານ ມາຍຟານຢຸງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ໃຫ້ຮູ້ວ່າ ໃນບັນດາມາດຕະການປົກປ້ອງການຄ້ານັ້ນ, ໄທ ພວມນຳໃຊ້ມາດຕະການຕ້ານການຂາຍບຸບລາຄາສຳລັບບັນດາຜະລິດຕະພັນເຫຼັກກ້າ ແລະ ເລັ່ງໃສ່ບັນດາບໍລິສັດສົ່ງອອກຢູ່ພາກພື້ນ ອາຊີ.
ບັນຍາກາດຂອງວາລະປະຊຸມ (ພາບ: moit.gov.bn)
ຫວຽດນາມ ປາດຖະໜາວ່າ ໄທ ຈະຮັບປະກັນວິວັດການສືບສວນ ແລະ ນຳໃຊ້ບັນດາມາດຕະການຕ້ານການຂາຍບຸບລາຄາໄດ້ດຳເນີນຢ່າງພາວະວິໄສ, ໂປ່ງໃສ, ປະຕິບັດຕາມສັນຍາຕ້ານຂາຍບຸບລາຄາຂອງອົງການການຄ້າໂລກ (WTO) ຢ່າງຄົບຖ້ວນ ແລະ ພິຈາລະນາຍົກເລີກການຈັດວາງບັນດາມາດຕະການຕ້ານຂາຍບຸບລາຄາ, ສ້າງເງື່ອນໄຂສະດວກໃຫ້ແກ່ການສົ່ງອອກຈາກ ຫວຽດນາມ. ຫວຽດນາມ ປາດຖະໜາວ່າ ຈະສືບຕໍ່ມີການຮ່ວມມືກັບໄທຢ່າງແໜ້ນແຟ້ນກວ່າອີກ ເພື່ອນຳໃຊ້ບັນດາສັນຍາການຄ້າເສລີ (FTA) ແລະ ບັນດາຂອບເຂດການຮ່ວມມືທີ່ມີຢູ່ແລ້ວໃນປັດຈຸບັນ ໃຫ້ມີປະສິດທິຜົນທີສຸດ.
ກ່ອນວາລະປະຊຸມ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ໄດ້ສົ່ງຄຳຖາມກ່ຽວກັບບົດລາຍງານການສຳຫຼວດກວດຄືນນະໂຍບາຍການຄ້າທີ່ກ່ຽວຂ້ອງຂອງ ໄທ. ໄປຄຽງຄູ່ກັນນັ້ນ, ຄະນະຜູ້ຕາງໜ້າ ຫວຽດນາມ ກໍຕັ້ງໜ້າສົມທົບກັບຄະນະຜູ້ຕາງໜ້າບັນດາປະເທດ ອາຊຽນ ນຳສະເໜີບົດກ່າວຄຳເຫັນລວມ, ໃນນັ້ນ ຕີລາຄາສູງບົດບາດຂອງ ໄທ ໃນ ອາຊຽນ ກໍຄືຢູ່ WTO.