ເລື່ອງປະທານສະມັດຊາໃຫຍ່ ສປຊ ກຳນົດ ຫວຽດນາມເປັນປະທານຮ່ວມໃນການຈັດຕັ້ງປະສານງານມະຕິດັ່ງກ່າວ ສະແດງໃຫ້ເຫັນຄວາມຮັບຮູ້, ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມສາກົນຕໍ່ບັນດາຜົນສຳເລັດ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ໃນວຽກງານປ້ອງກັນ, ຕ້ານໂລກລະບາດ ໃນໄລຍະຜ່ານມາ.
ທ່ານເອກອັກຄະລັດຖະທູດ ໂດຮຸ່ງວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: VOV)
ວັນທີ 5 ກັນຍາ, ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາມະຕິວ່າດ້ວຍການກະກຽມໃຫ້ແກ່ກອງປະຊຸມຂັ້ນສູງກ່ຽວກັບການປ້ອງກັນຕ້ານໂລກລະບາດ ໂດຍທ່ານເອກອັກຄະລັດຖະທູດ ໂດຮຸ່ງວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ພ້ອມກັບທ່ານ ເອກອັກຄະລັດຖະທູດ Paula Narvaez, ຫົວໜ້າຄະນະຜູ້ຕາງໜ້າ ຈີເລ ປະຈຳ ສປຊ ເປັນປະທານຮ່ວມການຈັດການປະສານງານ.
ຕາມມະຕິແລ້ວ, ກອງປະຊຸມຂັ້ນສູງກ່ຽວກັບການປ້ອງກັນ, ຕ້ານພະຍາດລະບາດຈະດຳເນີນໃນເດືອນກັນຍາ 2026 ຢູ່ສຳນັກງານ ສປຊ ນະຄອນ ນິວຢອກ, ອາເມລິກາ ໃນຂອບເຂດສັບປະດາດຂັ້ນສູງ ສະມັດຊາໃຫຍ່ ສປຊຊຸດທີ 81 ດ້ວຍຫົວຂໍ້ “ຊຸກຍູ້ວິທີການສຳຜັດຫຼາຍຝ່າຍ ແລະ ລຸ້ນຄົນຕ່າງໆໃນການປ້ອງກັນ, ຕ້ານ, ກະກຽມ ແລະ ຮັບມືກັບບັນດາໂລກລະບາດໃຫຍ່ ແລະ ສະພາບການສຸກເສີນທາງການແພດ, ບົນຫຼັກການມີຄວາມສະເໝີພາບ ແລະ ສາມັກຄີ”. ມະຕິເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການຢ່າງຮີບດ່ວນກ່ຽວກັບການເພີ່ມທະວີຄວາມສາມາດໃນການກຽມພ້ອມກັນຮັບມືກັບບັນດາສະພາບການສຸກເສີນທາງການແພດທົ່ວໂລກ ໃນອະນາຄົດ ແລະ ຍົກສູງວິທີການສຳຜັດຢ່າງຮອບດ້ານ, ລະດົມການເຂົ້າຮ່ວມຂອງທຸກອົງການລັດຖະບານ ແລະ ທົ່ວສັງຄົມ ເພື່ອບັນລຸໄດ້ເປົ້າໝາຍນີ້.