ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດຕໍ່ການເພີ່ມພູນຄູນສ້າງ, ພັດທະນາການພົວພັນ ຫວຽດນາມ - ລາວ, ຖືນີ້ແມ່ນການພົວພັນທີ່ມີຄວາມໝາຍພິເສດ.
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ຕ້ອນຮັບ ທ່ານ ວິໄລ ຫຼ້າຄຳຟອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ (ພາບ: VNA)
ຕອນບ່າຍວັນທີ 15 ຕຸລາ, ຢູ່ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ ວິໄລ ຫຼ້າຄຳຟອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດຕໍ່ການເພີ່ມພູນຄູນສ້າງ, ພັດທະນາການພົວພັນ ຫວຽດນາມ - ລາວ, ຖືນີ້ແມ່ນການພົວພັນທີ່ມີຄວາມໝາຍພິເສດ, ໂດຍການນຳລຸ້ນຕ່າງໆ ແລະ ປະຊາຊົນສອງປະເທດເພີ່ມພູນຄູນສ້າງ, ກາຍເປັນຊັບສິນລວມອັນລ້ຳຄ່າຂອງທັງສອງຊາດ. ເພື່ອນຳການພົວພັນແບບພິເສດ ຫວຽດນາມ - ລາວ ໃຫ້ພັດທະນາຢ່າງແທ້ຈິງກວ່າໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີສອງຝ່າຍສືບຕໍ່ສຸມໃສ່ຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງລະຫວ່າງສອງພັກໃຫ້ເປັນຢ່າງດີ, ມີປະສິດທິຜົນ; ສືບຕໍ່ນຳການຮ່ວມມືດ້ານເສດຖະກິດກາຍເປັນເສົາຄ້ຳທີ່ສຳຄັນກວ່າຂອງການພົວພັນສອງປະເທດ.
ສ່ວນທ່ານ ວິໄລ ຫຼ້າຄຳຟອງ ໄດ້ແຈ້ງໃຫ້ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮັບຊາບກ່ຽວກັບໝາກຜົນຂອງການພົບປະເຈລະຈາກັບ ທ່ານ ເຈິ່ນເກິ້ມຕູ ຜູ້ປະຈຳການຄະນະເລຂາທິການ ແລະ ບັນດາການເຮັດວຽກກັບການນຳຂັ້ນສູງຂອງ ຫວຽດນາມ. ທ່ານ ວິໄລ ຫຼ້າຄຳຟອງ ໃຫ້ຄຳໝັ້ນສັນຍາຈະປະສານສົມທົບກັນຢ່າງແໜ້ນແຟ້ນ ກັບຝ່າຍ ຫວຽດນາມ ເພື່ອຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ນຳການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທ້ຈິງ, ມີປະສິດທິຜົນ.