ເວທີປາໄສນະໂຍບາຍດ້ວຍຫົວຂໍ້ “ຫວຽດນາມ ເປັນເຈົ້າການພັດທະນາຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດໃນສັງກາດໃໝ່”, ໂດຍສູນນະວັດຕະກຳແຫ່ງຊາດ (NIC) ສົມທົບກັບ Aitomatic, ອາເມລິກາ ຈັດຂຶ້ນໃນວັນທີ 14 ມີນາ, ຢູ່ຮ່າໂນ້ຍ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍການນຳຂັ້ນສູງ, ນັກຊ່ຽວຊານດ້ານເຕັກໂນໂລຢີ, ນັກວາງແຜນກຳນົດນະໂຍບາຍ ແລະ ບັນດາວິສາຫະກິດ ຫວຽດນາມ ແລະ ຕ່າງປະເທດໄດ້ເຂົ້າຮ່ວມ.
ເມື່ອກ່າວຄໍຳເຫັນໃນເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຖືຂົງເຂດປັນຍາປະດິດ (AI) ແລະ ອຸດສາຫະກຳເຄິ່ງຊັກນຳໄຟຟ້າແມ່ນກຳລັງໜູນການເຕີບໂຕຕົ້ນຕໍ ດ້ວຍເປົ້າໝາຍຮອດປີ 2045, ຫວຽດນາມ ຈະກາຍເປັນປະເທດພັດທະນາທີ່ມີລາຍຮັບສູງ. ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ເພື່ອພັດທະນາອຸດສາຫະກຳເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ, ຫວຽດນາມ ພວມຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນ, ຕ້ອງຮ່ວມມື, ປະສານສົມທົບ ແລະ ການແບ່ງປັນຈາກບັນດາຄູ່ຮ່ວມມື. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີວ່າ:
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ເວທີປາໄສ (ພາບ: nhandan.vn)
“ຫວຽດນາມ ປາດຖະໜາໃຫ້ ບັນດາຄູ່ຮ່ວມມື, ນັກລົງທຶນຕ່າງປະເທດ ປະກອບສ່ວນເປັນທີ່ປຶກສາກ່ຽວກັບວິທີການສຳຜັດ, ຈິນຕະນາການ, ວິໄສທັດ, ເປົ້າໝາຍຮັບປະກັນໃຫ້ສອດຄ່ອງກັບສະພາບການ ຫວຽດນາມ, ສະພາບການໂລກ, ມີຄວາມເປັນໄປໄດ້, ມີປະສິດທິຜົນ; ປະກອບຄຳເຫັນປັບປຸງລະບອບລະບຽບການໃຫ້ສົມບູນແບບ, ຫຼຸດຜ່ອນບັນດາລະບຽບການບໍລິຫານທີ່ຊ້ຳກັນ ຫຼື ບໍ່ຈຳເປັນ, ຍົກອອກບັນດາຂໍ້ກຳນົດໄວທີ່ສຸດເພື່ອຫຼຸດຜ່ອນລາຍຈ່າຍໃຫ້ແກ່ປະຊາຊົນ, ວິສາຫະກິດ ຍິ່ງຫຼາຍກໍຍິ່ງດີ. ພວກຂ້າພະເຈົ້າກໍສະເໜີໃຫ້ບັນດາຄູ່ຮ່ວມມືໜູນຊ່ວຍດ້ານການເງິນ ເຊັ່ນ ໃຫ້ກູ້ຢືມທຶນດ້ວຍອັດຕາດອກເບ້ຍບຸລິມະສິດ ຮັບປະກັນປະສິດທິຜົນ, ຄວາມສອດຄ່ອງ; ຊ່ວຍ ຫວຽດນາມ ສ້າງບັນດາກອງເງິນລົງທຶນ, ພັດທະນາສູນການເງິນ, ຍົກລະດັບຕະຫຼາດອະສັງຫາລິມະຊັບ, ດຶງດູດນັກລົງທຶນໂດຍກົງ ແລະ ທາງອ້ອມ.”