ພາຍຫຼັງພິທີຕ້ອນຮັບ, ນາຍົກລັດຖະມົນຕີສອງທ່ານ ນຳພາຄະນະຜູ້ແທນຂັ້ນສູງສອງປະເທດດຳເນີນການພົບປະເຈລະຈາ.
ໂດຍໄດ້ຮັບຄຳເຊີນຈາກທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ທ່ານ Donald Tusk ນາຍົກລັດຖະມົນຕີ ສ.ໂປໂລຍ ໄດ້ໄປຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 24 – 26 ຕຸລາ. ຕອນເຊົ້າວັນທີ 26 ຕຸລາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ Donald Tusk ໄດ້ຈັດຂຶ້ນຢ່າງສົມກຽດ ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ.
ພາຍຫຼັງພິທີຕ້ອນຮັບ, ນາຍົກລັດຖະມົນຕີສອງທ່ານ ພ້ອມກັບຄະນະຜູ້ແທນຂັ້ນສູງສອງປະເທດດຳເນີນການພົບປະເຈລະຈາ. ນະທີ່ນິ້, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະແດງຄາວາມຊົມເຊີຍທ່ານນາຍົກລັດຖະມົນຕີ Donald Tusk ທີ່ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ພາຍຫຼັງ 16 ປີ. ການຢ້ຽມຢາມດຳເນີນໄປໃນສະພາບການການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດໄດ້ຜ່ານຜ່າເສັ້ນທາງປະຫວັດສາດ 76 ປີນັບແຕ່ວັນສ້າງຕັ້ງສາຍພົວພັນທາງການທູດເມື່ອປີ 1950:
ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຫຼາຍດ້ານກັບ ໂປໂລຍ ຢ່າງສະເໝີຕົ້ນສະເໝີປາຍ ຊື່ງແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງ ຫວຽດນາມ ຢູ່ ຕາເວັນອອກກາງ. ຂ້າພະເຈົ້າຕີລາຄາສູງເປັນພິເສດ ແລະ ຖືເປັນສຳຄັນເລື່ອງສອງຝ່າຍໄດ້ພອ້ມກັນແລກປ່ຽນ ແລະ ຕົກລົງຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ເນື່ອງໃນໂອກາດການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ, ຜ່ານນັ້ນ ກຳນົດບັນດາການກຳນົດທິດທາງໃຫ່ຍ ເພື່ອຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງຢ່າງມີປະສິດທິຜົນກ່ວາ.
ສ່ວນທ່ານນາຍົກລັດຖະມົນຕີ Donald Tusk ໄດ້ສະແດງຄວາມປະທັບໃຈຕໍ່ລະດັບຄວາມໄວ ການຫັນປ່ຽນອັນຕັ້ງໜ້າຢູ່ ຫວຽດນາມ, ທ່ານຢືນຢັນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດພະຍານຫຼັງຖານທີ່ດີເດັ່ນທີ່ສຸດໃນປະຫວັດສາດໂລກ ກ່ຽວກັບການຫັນຄວາມດຸໝັ່ນ, ຄວາມຄາດຫວັງບືນຕົວຂຶ້ນ ແລະ ຄຸນຄ່າຂອງສັນຕິພາບ ກາຍເປັນກຳລັງແຮງພັດທະນາທີ່ເຕັມໄປດ້ວບພູມປັນຍາ.
ທີ່ການປະຊຸມຂ່າວພາຍຫຼັງການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໃຫ້ຮູ້ວ່າ ສອງຝ່າຍບັນລຸໄດ້ຄວາມເຫັນດີເປັນເອກະພາບສູງໃນຫຼາຍດ້ານ. ພິເສດ, ນາຍົກລັດຖະມົນຕີສອງທ່ານ ໄດ້ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດ ແລະ ແຜນການກະທຳກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມື ຫວຽດນາມ-ໂປໂລຍ ໄລຍະ 2026-2030.