ຂ່າວສານ

ຫວຽດ​ນາມ-ໂປ​ໂລຍ ນຳ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ສົມ​ກັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ນີ້​ແມ່ນ​ໂອດ​ກາດ​ເພື່ອ​ບັນ​ດາ​ຝ່າຍ​ເຊື່ອມ​ຕໍ່​ໂດຍ​ກົງ, ແລກ​ປ່ຽນ​ຂໍ້​ມູນ​ເພື່ອ​ແນ​ໃສ່​ຫັນ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ບັນ​ດາ​ຂົງ​ເຂດ​ທີ່ມ​ີ​ເນື້ອ​ໃນ​ວິ​ທະ​ຍາ​ສາດ..
  (ພາບ: VNA)  

ຕອນ​ບ່າຍວັນ​ທີ 26 ຕຸ​ລາ, ​ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ເລ​ມິງ​ຮຶງ ແລະ ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ.ໂປ​ໂລຍ Donald Tusk ໄດ້ເປັນ​ປະ​ທານກອງ​ປະ​ຊຸມ​ໂຕ້​ມົນ​ວິ​ສາ​ຫະ​ກິດ ຫວຽດ​ນາມ-ໂປ​ໂລຍ.

ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ​ພິ​ເສດ​ຂອງ​ເຫດ​ການ ຊື່ງ​ໄດ້​ຈັດ​ຂຶ້ນ​ພາຍຫຼັງ​ຂໍ້​​ຕົກ​ລົງ​ຍົກ​ການ​ພົວ​ພັນ​ສອງ​ຝ່າຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ເພື່ອ​ນຳ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ.

ນີ້​ແມ່ນ​ໂອດ​ກາດ​ເພື່ອ​ໃຫ້​ບັນ​ດາ​ຝ່າຍ​ເຊື່ອມ​ຕໍ່​ໂດຍ​ກົງ, ແລກ​ປ່ຽນ​ຂໍ້​ມູນ​​ຂ່າວ​ສານເພື່ອ​ແນ​ໃສ່​ຫັນ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ບັນ​ດາ​ຂົງ​ເຂດ​ທີ່ມ​ີ​ເນື້ອ​ໃນ​ວິ​ທະ​ຍາ​ສາດ ແລະ ມູນ​ຄ່າ​ເພີ່ມ​ສູງ​ເປັນ​ລະ​ອຽດ. ຫວຽດ​ນາມ ສົ່ງ​ເສີມ​​ຢ່າງ​ແຮງ​ເລື່ອງ​ບັນ​ດາ​ວິ​ສາ​ຫະ​ກິດ ໂປ​ໂລຍ ຄົ້ນ​ຄ້​ວາ, ຍູ້​ແຮງ​ການ​ຮ່ວມ​ມື, ລົງ​ທຶນ​ເຂົ້າ ຫວຽດ​ນາມ ໃນ​ບັນ​ດາ​ຂົງ​ເຂດ ພິ​ເສດ​ແມ່ນ​ຂະ​ແໜງ​ປາຍ​ແຫຼມ​ຂອງ ໂປ​ໂລຍ ທີ່​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ​ຂອງ ຫວຽດ​ນາມ.


top