ຕອນເຊົ້າວັນທີ 11 ສິງຫາ ຕາມເວລາທ້ອງຖິ່ນ, ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະກັບທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງອົດສະຕາລີ.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງອົດສະຕາລີ (ພາບ: VNA)
ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງອົດສະຕາລີ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໄປຢ້ຽມຢາມທາງລັດຖະກິດຢູ່ ອົດສະຕາລີ ໃນລະຫວ່າງວັນທີ 9 – 12 ສິງຫາ. ຕອນເຊົ້າວັນທີ 11 ສິງຫາ ຕາມເວລາທ້ອງຖິ່ນ, ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະກັບທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງອົດສະຕາລີ. ນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ອົດສະຕາລີ ແມ່ນເພື່ອນມິດສະໜິດສະໜົມ, ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ມີຜົນປະໂຫຍດຍຸດທະສາດຫຼາຍຢ່າງຄ້າຍຄືກັນກັບ ຫວຽດນາມ, ປາດຖະໜາຢາກນຳການພົວພັນສອງປະເທດນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ. ທ່ານເລຂາທິການໃຫຍ່, ປະທານປະເທດໂຕເລິມຖືວ່າ ສອງຝ່າຍຄວນເພີ່ມທະວີການຮ່ວມມືໃຫ້ຫຼາຍກວ່າອີກ, ປາດຖະໜາຢາກໃຫ້ການຢ້ຽມຢາມອົດສະຕາລີ ຄັ້ງນີ້ຈະສືບຕໍ່ຍົກສູງການພົວພັນຮ່ວມມືຂຶ້ນສູ່ລະດັບສູງໃໝ່. ສ່ວນທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການແຫ່ງອົດສະຕາລີ ຢັ້ງຢືນວ່າ ອົດສະຕາລີ ປາດຖະໜາຢາກກາຍເປັນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈຂອງ ຫວຽດນາມ, ພ້ອມແລ້ວທີ່ຈະຮ່ວມເດີນທາງ, ໜູນຊ່ວຍຫວຽດນາມໃນການປະຕິບັດເປົ້າໝາຍພັດທະນາ.
ກ່ຽວກັບທິດທາງຮ່ວມມື, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມສະເໜີສອງປະເທດສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຜ່ານການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ບັນດາຊ່ອງທາງຮ່ວມມື, ເປີດກວ້າງການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຊຸກຍູ້ການຄ້າ, ການລົງທຶນ, ມຸ່ງໄປເຖິງເປົ້າໝາຍນຳວົງເງິນການຄ້າສອງສົ້ນບັນລຸ 20 ຕື້ USD ແລະ ເພີ່ມທະວີການລົງທຶນສອງສົ້ນ.
ທ່ານນາງ Sam Mostyn ຊີ້ແຈ້ງວ່າ ອົດສະຕາລີປາດຖະໜາຢາກສືບຕໍ່ສ້າງສະພາບແວດລ້ອມທີ່ສະດວກເພື່ອໃຫ້ປະຊາຄົມຫວຽດນາມເສີມຂະຫຍາຍທ່າແຮງ, ຮັກສາສີສັນວັດທະນະທຳ ແລະ ປະກອບສ່ວນເຂົ້າໃນຄວາມຫຼາຍຮູບຫຼາຍແບບ, ວັດທະນາຖາວອນຂອງສັງຄົມ ອົດສະຕາລີ.
ພາຍຫຼັງການເຈລະຈາລະຫວ່າງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ ຢູ່ Canberra, ສອງຝ່າຍໄດ້ອອກຖະແຫຼງການຮ່ວມຢັ້ງຢືນພື້ນຖານອັນໝັ້ນແກ່ນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ ອົດສະຕາລີ. ຖະແຫຼງການໄດ້ຢັ້ງຢືນຄຳໝັ້ນສັນຍາສືບຕໍ່ເພີ່ມ ທະວີການຮ່ວມມືດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ເຫັນດີເປັນເອກະພາບສືບຕໍ່ບັນດາການເຄື່ອນໄຫວແລກປ່ຽນຄູ່ຮ່ວມມືຍຸດທະສາດ ຫຼາຍຝ່າຍ, ເພີ່ມທະວີການຮ່ວມມືປ້ອງກັນ ແລະ ຕ້ານອາດຊະຍາກຳ.