ຂ່າວສານ

ຫວຽດ​ນາມ ແລະ ແຟງ​ລັງ ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ

ທ່ານນາງເລທິທູຮັ່ງ ສະເໜີກະຊວງການຕ່າງປະເທດ ສອງປະເທດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບົດບາດປະສານງານເພື່ອເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ.
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ Jumka Salovaara ລັດຖະມົນຕີການຕ່າງປະເທດແຟງລັງ

ໃນຂອບເຂດການເດີນທາງໄປປະຕິບັດງານຢູ່ແຟງລັງ, ວັນທີ 26 ກັນຍາ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ເຮັດວຽກກັບທ່ານ Jumka Salovaara ລັດຖະມົນຕີການຕ່າງປະເທດແຟງລັງ ຢູ່ນະຄອນຫຼວງ Helsinki.

ທ່ານນາງເລທິທູຮັ່ງ ສະເໜີກະຊວງການຕ່າງປະເທດ ສອງປະເທດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບົດບາດປະສານງານເພື່ອເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ, ໃນນັ້ນມີການຈັດຕັ້ງແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຊຸກຍູ້ກົນໄກຮ່ວມມືລະຫວ່າງສອງປະເທດ, ຕັ້ງໜ້າຜັນຂະຫຍາຍບັນດາເອກະສານ, ຂໍ້ຕົກລົງທີ່ໄດ້ຮັບການລົງນາມແລ້ວລະຫວ່າງສອງຝ່າຍ.

ສ່ວນທ່ານ Jumka Salovaara ຢັ້ງຢືນ ຫວຽດນາມແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງແຟງລັງ ໃນອາຊຽນ ແລະ ແຟນລັງຈະຊຸກຍູ້ການພົວພັນ ຫວຽດນາມ - ສະຫະພາບເອີລົບ (EU). 


top