ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເຮັດໃຫ້ສາຍພົວພັນ ຫວຽດນາມ - ອິນເດຍ ເລິກເຊິ່ງກວ່າອີກ, ປະກອບສ່ວນສຳຄັນເຂົ້າໃນການປະຕິບັດບັນດາເປົ້າໝາຍພັດທະນາຂອງແຕ່ລະປະເທດ. ການນຳສອງທ່ານກໍຕົກລົງເປັນເອກະພາບຍົກລະດັບສາຍພົວພັນສອງຝ່າຍ ຫວຽດນາມ - ອິນເດຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານແບບເພີ່ມທະວີ.
ພິທີຕ້ອນຮັບ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ (ພາບ: VOV)
ຕອນເຊົ້າວັນທີ 06 ພຶດສະພາ, ຢູ່ນະຄອນຫຼວງ New Delhi ໄດ້ດຳເນີນພິທີຕ້ອນຮັບ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ທີ່ພວມຢ້ຽມຢາມທາງລັດຖະກິດຢູ່ ອິນເດຍ ຕາມຄຳເຊື້ອເຊີນຂອງ ທ່ານ Narendra Modi ນາຍົກລັດຖະມົນຕີ ສ. ອິນເດຍ. ທ່ານປະທານາທິບໍດີ Droupadi Murmu ແລະ ທ່ານນາຍົກລັດຖະມົນຕີ Narendra Modi ຮ່ວມກັນເປັນປະທານພິທີຕ້ອນຮັບ.
ຕອນເຊົ້າວັນທີ 6 ພຶດສະພາ 2026, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີອິນເດຍ Narendra Modi ໄດ້ພົບປະສອງຝ່າຍຢູ່ສຳນັກງານນາຍົກລັດຖະມົນຕີ, ທີ່ນະຄອນ New Delhi, ປະເທດອິນເດຍ, ວັນທີ 6 ພຶດສະພາ 2026 - ພາບ: TTXVN.
ຕອນບ່າຍວັນທີ 06 ພຶດສະພາ, ຢູ່ນະຄອນຫຼວງ New Delhi, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ Narendra Modi ໄດ້ມີການພົບປະສອງຝ່າຍ.
ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເຮັດໃຫ້ສາຍພົວພັນ ຫວຽດນາມ - ອິນເດຍ ເລິກເຊິ່ງກວ່າອີກ, ປະກອບສ່ວນສຳຄັນເຂົ້າໃນການປະຕິບັດບັນດາເປົ້າໝາຍພັດທະນາຂອງແຕ່ລະປະເທດ. ການນຳສອງທ່ານກໍຕົກລົງເປັນເອກະພາບຍົກລະດັບສາຍພົວພັນສອງຝ່າຍ ຫວຽດນາມ - ອິນເດຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານແບບເພີ່ມທະວີ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ Narendra Modi ກໍເຫັນດີເປັນເອກະພາບຮັກສາການພົບປະທຸກຂັ້ນເປັນປະຈຳ, ພິເສດແມ່ນການພົບປະຂັ້ນສູງ. ສອງຝ່າຍເຫັນດີເປັນເອກະພາບວາງເປົ້າໝາຍຮອດປີ 2030 ວົງເງິນການຄ້າສອງຝ່າຍບັນລຸ 25 ຕື້ USD. ສອງຝ່າຍຢັ້ງຢືນຄືນການຮ່ວມມືດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບແມ່ນເສົາຄ້ຳສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດແບບເພີ່ມທະວີ ຫວຽດນາມ - ອິນເດຍ.
ໃນສະພາບການພູມີສາດການເມືອງ ແລະ ເສດຖະກິດໂລກມີການຜັນແປຫຼາຍຢ່າງນັ້ນ, ສອງຝ່າຍໄດ້ເນັ້ນໜັກເຖິງການເຕົ້າໂຮມຍຸດທະສາດທີ່ນັບມື້ນັບເພີ່ມຂຶ້ນລະຫວ່າງ ຫວຽດນາມ ແລະ ອິນເດຍ ແນໃສ່ຊຸກຍູ້ຄວາມເປັນລະບຽບຮຽບຮ້ອຍສາກົນອີງໃສ່ກົດໝາຍສາກົນ, ບົນພື້ນຖານສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ຄວາມວັດຖະນາຖາວອນຢູ່ພາກພື້ນ ແລະ ໃນໂລກ. ຫວຽດນາມ ແມ່ນເສົາຄ້ຳສຳຄັນໃນນະໂຍບາຍເຄື່ອນໄຫວມຸ່ງໄປເຖິງທິດຕາເວັນອອກ, ວິໄສທັດ ມະຫາສະໝຸດອິນເດຍ - ປາຊີຟິກ ຂອງ ອິນເດຍ. ສອງຝ່າຍຢັ້ງຢືນຄືນວິໄສທັດລວມ ກ່ຽວກັບພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ເສລີ, ເປີດກວ້າງ ແລະ ອີງໃສ່ກົດໝາຍສາກົນ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະສອງຝ່າຍກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi (ພາບ: VOV)
ເມື່ອກ່າວຄຳເຫັນໃນການຖະແຫຼງຂ່າວພາຍຫຼັງການພົບປະສອງຝ່າຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ເຫັນດີສືບຕໍ່ຍົກສູງສາຍພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານແບບເພີ່ມທະວີ. ການຮ່ວມມືຢ່າງແທ້ຈິງ ຈະນຳການຮ່ວມມືລະຫວ່າງສອງປະເທດເຂົ້າສູ່ລວງເລິກໃນບາງແງ່ມູມ. ທີໜຶ່ງແມ່ນ, ສືບຕໍ່ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງເລິກເຊິ່ງຂຶ້ນຕື່ມ. ທີສອງແມ່ນ, ຍົກລະດັບການຮ່ວມມືສາກົນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃຫ້ກາຍເປັນເສົາຄ້ຳຍຸດທະສາດ. ທີສາມແມ່ນ, ສ້າງການຫັນປ່ຽນຢ່າງຈະແຈ້ງກວ່າໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ເປີດກວ້າງຕະຫຼາດໃຫ້ແກ່ກັນ. ທີສີ່ແມ່ນ, ຖືວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແມ່ນກຳລັງໜູນໃໝ່ໃຫ້ແກ່ການຮ່ວມມື, ເປີດອອກບັນດາຂົງເຂດພັດທະນາທີ່ມີມູນຄ່າເພີ່ມສູງ. ທີຫ້າແມ່ນ, ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ວັດທະນະທຳ, ການສຶກສາ, ສາສະໜາ, ປັບປຸງພື້ນຖານສັງຄົມແບບຍືນຍົງໃນສາຍພົວພັນຂອງສອງປະເທດ”.
ສ່ວນທ່ານນາຍົກລັດຖະມົນຕີ Narendra Modi ຢັ້ງຢືນວ່າ ສາຍພົວພັນຫາກໍໄດ້ຍົກລະດັບຂຶ້ນນັ້ນ ແມ່ນພື້ນຖານເພື່ອໃຫ້ ຫວຽດນາມ ແລະ ອິນເດຍ ພ້ອມກັນປະຕິບັດຄວາມຄາດຫວັງລວມ, ກາຍເປັນປະເທດພັດທະນາ.
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ Narendra Modi ໄດ້ເປັນສັກຂີພິຍານພິທີລົງນາມ ແລະ ມອບເອກະສານຮ່ວມມືຫຼາຍສະບັບລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງສອງປະເທດ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ Narendra Modi ໃນການຖະແຫຼງຂ່າວ ພາຍຫຼັງການພົບປະສອງຝ່າຍ (ພາບ: VOV)
ກໍໃນວັນດຽວກັນ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມ. ຖະແຫຼງການຮ່ວມຢັ້ງຢືນສອງຝ່າຍໄດ້ມີການພົບປະຮອບດ້ານ, ແລກປ່ຽນກ່ຽວກັບສາຍພົວພັນສອງຝ່າຍ ແລະ ບັນຫາພາກພື້ນ, ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ການນຳສອງປະເທດໄດ້ເຫັນດີເປັນເອກະພາບສົ່ງເສີມການຜັນຂະຫຍາຍໂຄງການດຳເນີນງານ ຫວຽດນາມ - ອິນເດຍ ໄລຍະ 2024 – 2028 ແລະ ຖະແຫຼງການຮ່ວມສະບັບນີ້ຢ່າງມີປະສິດທິຜົນ. ຕາມນັ້ນແລ້ວ, ກໍ່ຮ່ວມມືກັນໃນທຸກຂົງເຂດ: ເສດຖະກິດ, ການຄ້າ ແລະ ການລົງທຶນ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ການເດີນເຮືອ, ວິທະຍາສາດ ແລະ ເຕັກໂນໂລຢີ, ຮ່ວມມືກັນພັດທະນາ; ວັດທະນະທຳ, ການທ່ອງທ່ຽວ ແລະ ພົວພັນແລກປ່ຽນປະຊາຊົນ…