ການເຈລະຈາຂັ້ນວິຊາການກ່ຽວກັບສັນຍາການຄ້າສົມທົບລະຫວ່າງ ຫວຽດນາມ ແລະ ອາເມລິກາ ໄດ້ດຳເນີນແຕ່ວັນທີ 19 – 22 ພຶດສະພາ, ຢູ່ນະຄອນຫຼວງ ວໍຊິງຕັນ, ອາເມລິກາ. ຄະນະເຈລະຈາຂອງ ຫວຽດນາມ ໂດຍທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢຽນ ເປັນຫົວໜ້າຄະນະ.
ວາລະເຈລະຈາຢູ່ ອາເມລິກາ (ພາບ: baochinhphu.vn)
ໃນວັນທີ 19 ພຶດສະພາ (ຕາມເວລາທ້ອງຖິ່ນ), ມື້ທຳອິດຂອງການເຈລະຈາ, ຄະນະເຈລະຈາ ຫວຽດນາມ ແລະ ອາເມລິກາ ໄດ້ປຶກສາຫາລືກ່ຽວກັບວິທີສຳຜັດໂດຍສັງເຂບເພື່ອແນໃສ່ແກ້ໄຂບັນດາບັນຫາພື້ນຖານເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ຍູ້ແຮງວິວັດທະນາການເຈລະຈາ. ສອງຝ່າຍກໍແລກປ່ຽນກ່ຽວກັບບັນດາກຸ່ມບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຕາມທິດ ເຮັດແຈ້ງບັນດາເນື້ອໃນຄຳເວົ້າໃນສັນຍາ, ສະໜອງຂໍ້ມູນກ່ຽວກັບບັນດານະໂຍບາຍປັດຈຸບັນຂອງແຕ່ລະຝ່າຍໃຫ້ກັນ ເພື່ອເປັນພື້ນຖານຜັນຂະຫຍາຍບັນດາວຽກງານຕໍ່ໄປ.
ເນື່ອງໃນໂອກາດນີ້, ຄາດວ່າ ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ຈະມີການເຮັດວຽກກັບກຸ່ມບໍລິສັດໃຫຍ່ແຖວໜ້າຈໍານວນໜຶ່ງຂອງ ອາເມລິກາ, ເຊັ່ນ: Westinghouse, Lockheed Martin, Excelerate, SpaceX…