ຂ່າວສານ

ຫວຽດ​ນາມ ແລະ ລາວ​ ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ, ທ່ານປະທານປະເທດ ເລື່ອງເກືອງ ຈະໄປຢ້ຽມຢາມທາງລັດຖະກິດຢູ່ລາວ ໃນລະຫວ່າງວັນທີ 24 – 25 ເມສາ. ການຢ້ຽມຢາມຈະປະກອບສ່ວນເຂົ້າໃນການຫັນເປັນລະອຽດ ແລະ ຍູ້ແຮງການຜັນຂະຫຍາຍຫຼາຍເນື້ອໃນຮ່ວມມືລະຫວ່າງສອງປະເທດຢ່າງແທດຈິງ ແລະ ມີປະສິດທິຜົນໃນໄລຍະຈະມາເຖິງ.
ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ

ນີ້ແມ່ນການຢ້ຽມຢາມທາງລັດຖະກິດຄັ້ງທຳອິດຂອງທ່ານປະທານປະເທດ ເລື່ອງເກືອງໃນປີນີ້. ການຢ້ຽມຢາມສະແດງໃຫ້ເຫັນການຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດຂອງ ຫວຽດນາມ ຕໍ່ລາວ ແລະ ຄວາມຕັດສິນໃຈຂອງການນຳສອງພັກ, ສອງລັດ ໃນການຊຸກຍູ້ການພົວພັນສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.

ຂີດໝາຍສຳຄັນໃນການພົວພັນ ຫວຽດນາມ - ລາວ

ການຢ້ຽມຢາມລາວຄັ້ງນີ້ຂອງທ່ານປະທານປະເທດ ເລືອງເກື່ອງໄດ້ດຳເນີນໃນສະພາບການສອງປະເທດພວມຕັ້ງໜ້າກະກຽມຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງແຕ່ລະພັກ. ສຳລັບລາວແລ້ວ ນີ້ແມ່ນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ; ສຳລັບຫວຽດນາມ ນີ້ແມ່ນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ. ນີ້ແມ່ນສິ່ງພິສູດໃຫ້ເຫັນຄວາມເອົາໃຈໃສ່ເປັນພິເສດ, ການກະກຽມຢ່າງລະອຽດເພື່ອຮັບປະກັນໃຫ້ທັງສອງພັກສືບຕໍ່ບົດບາດຊີ້ນຳນຳພາປະເທດຊາດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ໄປຄຽງຄູ່ກັນນັ້ນ, ການຢ້ຽມຢາມໄດ້ດຳເນີນກົງກັບໂອກາດສອງປະເທດ ພ້ອມກັນຈັດຕັ້ງຫຼາຍວັນບຸນໃຫຍ່ໃນປະຫວັດສາດຂອງຊາດ, ໃນນັ້ນມີພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ…ປີນີ້ກໍ່ໄດ້ຮັບການຕີລາຄາວ່າແມ່ນປີທີ່ມີຄວາມໝາຍສຳຄັນພິເສດ ຕໍ່ການພົວພັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.

ເພາະສະນັ້ນ, ການຢ້ຽມຢາມຂອງທ່ານປະທານປະເທດ ເລື່ອງເກືອງໃນຄັ້ງນີ້ ໄດ້ດຳເນີນໃນສະພາບການທີ່ມີຄວາມໝາຍຢ່າງເລິກເຊິ່ງ, ສ້າງຂີດໝາຍສຳຄັນໃນການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດ ລາວ - ຫວຽດນາມ. ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ:

ການຢ້ຽມຢາມຂອງທ່ານປະທານປະເທດ ເລືອງເກື່ອງ ໃນຄັ້ງນີ້ມີຄວາມໝາຍຄວາມສຳຄັນທີ່ສຸດ, ເພາະວ່າ ນີ້ແມ່ນການຢ້ຽມຢາມທາງລັດຖະກິດຂອງທ່ານໃນຂະນະທີ່ທ່ານຮັບຕຳແໜ່ງປະທານປະເທດເປັນຄັ້ງທໍາອິດ. ການຢ້ຽມຢາມຄັ້ງນີ້ເປັນການເສີມຂະຫຍາຍສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ. ການຢ້ຽມຢາມຄັ້ງນີ້ໄດ້ຮັບການຕ້ອນຮັບດ້ວຍຄວາມພາກພູມໃຈຈາກປະຊາຊົນລາວ ແລະ ການນຳທຸກຂັ້ນຂອງ ສປປ.ລາວ ພວກເຮົາ.

  ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ຕອບສຳພາດຕໍ່ນັກຂ່າວ VOV  

ເປີດບັນດາແງ່ຫວັງໃນການຮ່ວມມື

ນອກຈາກການເຈລະຈາ ແລະ ການສຳຫຼວດກວດຄືນສະພາບການຮ່ວມມືການເມືອງສອງຝ່າຍ ລະຫວ່າງການນຳຂັ້ນສູງສອງປະເທດ, ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍຈະມີການແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບການຮ່ວມມືດ້ານເສດຖະກິດ. ຢູ່ກອງປະຊຸມຄັ້ງທີ 47 ຂອງ ຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ລາວ - ຫວຽດນາມ ເມື່ອເດືອນມັງກອນປີ 2025 ຜ່ານມາ, ສອງຝ່າຍໄດ້ຕີລາຄາສູງການຮ່ວມມືດ້ານເສດຖະກິດ ແລະ ການຄ້າສອງຝ່າຍຢ່າງມີປະສິດທິຜົນ. ໃນປີກາຍນີ້, ຍອດວົງເງິນການຄ້າສອງຝ່າຍບັນລຸ 2 ຕື້ USD. ໄລ່ສະເພາະໄຕມາດ I ປີ 2025, ຕົວເລກນີ້ບັນລຸລະດັບ 1 ຕື້ USD. ຢູ່ກອງປະຊຸມນັ້ນ, ນາຍົກລັດຖະມົນຕີສອງປະເທດໄດ້ເຫັນດີຢູ່ລະດັບສູງ, ຊີ້ນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງສືບຕໍ່ມານະພະຍາຍາມ, ຄົ້ນຄ້ວາ ແລະ ຜັນຂະຫຍາຍບັນດາມາດຕະການເພື່ອແນໃສ່ຊຸກຍູ້ການຄ້າ, ມຸ່ງໄປເຖິງເປົ້າໝາຍຍົກວົງເງິນການຄ້າສອງຝ່າຍບັນລຸ 5 ຕື້ USD ໃນປີ 2025. ດັ່ງນັ້ນ, ການຢ້ຽມຢາມຄັ້ງນີ້ຂອງທ່ານປະທານປະເທດ ເລື່ອງເກືອງຈະສືບຕໍ່ສ້າງກຳລັງໜູນຢ່າງແຮງໃຫ້ແກ່ການຮ່ວມມືເສດຖະກິດ, ພິເສດແມ່ນການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ, ພິເສດແມ່ນບັນດາໂຄງການລົງທຶນຂອງ ຫວຽດນາມຢູ່ ລາວ. ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ໃຫ້ຮູ້ຕື່ມອີກວ່າ:

ສອງຝ່າຍ ຈະໄດ້ປຶກສາຫາລືກ່ຽວກັບບັນດາໂຄງການທີ່ໄດ້ມີຄວາມເປັນເອກະພາບ, ຕົກລົງ, ຮ່ວມກັນແລ້ວໃນກອງປະຊຸມຄະນະຮ່ວມມືສອງຝ່າຍລາວ - ຫວຽດນາມ ຄັ້ງທີ່ຜ່ານມາ, ໂດຍສະເພາະແມ່ນການລົງທຶນດ້ານກະສິກຳຫັນເປັນອຸດສາຫະກຳຫັນເປັນສິນຄ້າ, ການຂຸດຄົ້ນບໍ່ແຮ່, ການກໍ່ສ້າງໂຮງງານພະລັງງານໄຟຟ້າ… ຂ້າພະເຈົ້າກໍເຫັນວ່າ, ລັດຖະບານທັງສອງຝ່າຍ ໄດ້ສືບຕໍ່ການສະໜັບສະໜູນ ແລະ ອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນທັງສອງຝ່າຍໃຫ້ນັບມື້ນັບຫຼາຍຂຶ້ນ, ສະໜັບສະໜູນໃຫ້ນັກລົງທຶນມີການຄົ້ນຄວ້າສ້າງເຂດອຸດສາຫະກຳສູງທີ່ທັນສະໄໝ ຫວຽດນາມ - ລາວ (ຂໍ້ລິເລີ່ມໃໝ່) ແລະ ການຄ້າຊາຍແດນໃຫ້ແທດຈິງຫຼາຍຂຶ້ນ.

ການຢ້ຽມຢາມ ສປປ.ລາວຂອງທ່ານປະທານປະເທດ ເລື່ອງເກືອງ ກໍ່ຈະປະກອບສ່ວນຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງ, ບັນດາຄຳໝັ້ນສັນຍາລະຫວ່າງສອງພັກ, ສອງລັດ, ພິເສດແມ່ນບັນດາຂໍ້ຕົກລົງ, ແຜນນະໂຍບາຍເຊິ່ງກົມການເມືອງສອງປະເທດ ບັນລຸໄດ້ໃນປີ 2024. ການຢ້ຽມຢາມຈະປະກອບສ່ວນຮັດແໜ້ນ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ - ຫວຽດນາມ; ຫວຽດນາມ - ລາວ ໂດຍການນຳ ແລະ ປະຊາຊົນສອງປະເທດ ເພີ່ມພູນຄູນສ້າງໃນໄລຍະ 60 ປີຜ່ານມາ (5/9/1962 – 5/9/2025).


top