ຂ່າວສານ

ຫວຽດ​ນາມ ແລະ ລາວ​ເພີ່ມ​ທະ​ວີ​ການ​ແບ່​ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ, ທິດ​ສະ​ດີ ແລະ ພຶດ​ຕິ​ກຳຕົວ​ຈິງ

ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ​ລະ​ຫວ່າງ ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາ​ວ​ແມ່ນ​ພື້ນ​ຖານ​ການ​ເມືອງ, ແນວ​ຄິດ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ສາຍ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ.
ທ່ານ ດ​ວ່ານ​ມິງ​ຮວນ, ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈີ​ມິນ ​ເຂົ້​າ​ຢ້ຽມ​ຂ່ຳ​ນັບ​ທ່ານ ທອງ​ລຸນ ສີ​ສຸ​ລິດ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ, ປະ​ທານ​ປະ​ເທດ ລາວ (ພາບ: VNA)
ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ລາວ​ແຕ່​ວັນ​ທີ 4 – 6 ສິງ​ຫາ​ຂອງ​ຄະ​ນະ​ຜູ້​ແທນ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈີ​ມິນ ໂດຍ​ທ່ານ ດ​ວ່ານ​ມິງ​ຮວນ, ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈີ​ມິນ ເປັນ​ຫົວ​ໜ້າ​ຄະ​ນ, ວັນ​ທີ 6 ສິງ​ຫາ, ຢູ່​ນະ​ຄອນຫຼວງວຽງ​ຈັນ, ຄະ​ນະ​ຜູ້​ແທນ​ໄດ້​ເຂົ້​າ​ຢ້ຽມ​ຂ່ຳ​ນັບ​ທ່ານ ທອງ​ລຸນ ສີ​ສຸ​ລິດ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ, ປະ​ທານ​ປະ​ເທດ ລາວ ແລະ ທ່ານ​ ສອນ​ໄຊ ສີ​ພັນ​ດອນ ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ. ທີ​່ການ​ພົບ​ປະ, ທ່ານ ດ​ວ່ານ​ມິງ​ຮວນ ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈີ​ມິນໄດ້​ລາຍ​ງານ​ກັບ​ການ​ນຳ​ຂັ້ນ​ສູງ​ລາວ​ກ່ຽວ​ກັບ​ໝາກ​ຜົນ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ອົງ​ການ, ສະ​ຖາ​ບັນ, ສະ​ຖາ​ບັນ​ຄົນ​ຄ້​ວາ ຂອງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ, ເນັ້ນ​ໜັກ​ວ່າ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ​ລະ​ຫວ່າງ ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາ​ວ​ແມ່ນ​ພື້ນ​ຖານ​ການ​ເມືອງ, ແນວ​ຄິດ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ສາຍ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ. ສ່ວນ​ ທ່ານ ທອງ​ລຸນ ສີ​ສຸ​ລິດ ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ລາວ ແລະ ທ່ານ​ ສອນ​ໄຊ ສີ​ພັນ​ດອນ ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ໄດ້​ສະ​ເໜີ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ສອງ​ປະ​ເທດ​ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ, ທິດ​ສະ​ດີ ແລະ ພຶດ​ຕິ​ກຳ​ຕົວ​ຈິງ ​ແນ​ໃສ່​ເປັນ​ເສ​ນາ​ທິ​ການເພື່ອ​ໃຫ້​ແກ່​ການ​ນຳ​ສອງ​ພັກ, ສອງ​ລັດ​ມີ​ບັນ​ດາ​ນະ​ໂຍ​ບາຍ, ມາດ​ຕະ​ການ​ຮັບ​ມື​ກັບ​ບັນ​ດາ​ການ​ຜັນ​ແປ​ທີ່​ສັບ​ສົນ, ​ຄາດ​ຄະ​ເນ​ໄດ້ຍາກ​ຢູ່​ໃນ​ໂລກ​ຢ່າງ​ທັນ​ການ.

top