ຂ່າວສານ

ຫວຽດ​ນາມ ແລະ ລາວ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານວ​ິ​ທະ​ຍາ​ສາດ

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕໍ່​ການ​ຜັນ​ຂະ​ຫຍາຍ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ​ໄລ​ຍະ 2026 – 2030 ລະ​ຫວ່າງ NAPPA ແລະ VASS ຈະ​ໄດ້​ປະ​ຕິ​ບັດ​ຜ່ານ​ແຜນ​ການ​ລະ​ອຽດ​ຂອງ​ທຸກໆ​ປີ.
  ພິ​ທີ​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ​ໄລ​ຍະ 2026 – 2030 ລະ​ຫວ່າງ​ສະ​ຖາ​ບັນບັນ​ດິດ​ວິ​ທະ​ຍາ​ສັງ​ຄົມ ຫວຽດ​ນາມ (VASS) ແລະ ສະ​ຖານ​ບັນ​ການ​ເມືອງ ແລະ ການ​ປົກ​ຄອງ ແຫ່ງ​ຊາດ ລາວ (NAPPA) (ພາບ: VNA)  

ຕອນ​ບ່າ​ຍ​ວັນ​ທີ 5 ສິງ​ຫາ, ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ໄດ້​ດຳ​ເນີນ​ພິ​ທີ​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ​ໄລ​ຍະ 2026 – 2030 ລະ​ຫວ່າງ​ສະ​ຖາ​ບັນບັນ​ດິດ​ວິ​ທະ​ຍາ​ສັງ​ຄົມ ຫວຽດ​ນາມ (VASS) ແລະ ສະ​ຖານ​ບັນ​ການ​ເມືອງ ແລະ ການ​ປົກ​ຄອງ ແຫ່ງ​ຊາດ ລາວ (NAPPA).

ບົດ​ບັນ​ທຶກວ່າ​ດ້ວຍ​ກາ​ນ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ​ໄລ​ຍະ 2026 – 2030 ລະ​ຫວ່າງ NAPPA ແລະ VASS ກຳ​ນົດ 4 ຂົ​ງ​ເຂ​ດ​ຮ່ວມ​ມື​ຈຸດ​ສຸມ​ຄື: ການຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ ແລະ ໃຫ້​ຄຳ​ປຶກ​ສາ​ດ້ານ​ນະ​ໂຍ​ບາຍ - ປະ​ສານ​ສົມ​ທົບ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ຄົ້ນ​ຄ້​ວາຮ່ວມ​ກັນ, ຈັດ​ກອງ​ປະ​ຊຸມສຳ​ມະ​ນາ/ເສວະ​ນາ​ທາງ​ວິ​ທະ​ຍາ​ສາດ ແລະ ຍົກ​ອອກ​ຂໍ້​ສະ​ເໜີ​ແນະ​ນະ​ໂຍ​ບາຍ​ຮັບ​ໃຊ້​ການ​ພັດ​ທະ​ນາ; ບຳ​ລຸງ​ສ້າງ ແລະ ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ - ​ບຳ​ລຸງ​ສ້າງລະ​ດັບຫຼັງ​ປະ​ລິນ​ຍາ​ຕີ (ປະ​ລິນ​ຍາ​ໂທ - ປະ​ລິນ​ຍາ​ເອກ), ບຳ​ລຸງ​ຍົກ​ສູງ​ທິດ​ສະ​ດີ​ການ​ເມືອງ, ວິ​ທີ​ວິ​ທະ​ຍາການຄົ້ນ​ຄ້​ວາ, ພາ​ສາຕ່າງ​ປະ​ເທດ ແລະ ວິ​ທີ​ການ​ສິດ​ສອນ​ທັນ​ສະ​ໄໝ; ການແລກ​ປ່ຽນ​ວິ​ຊາ​ການ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ - ແລກ​ປ່ຽນ​ບັນ​ດາ​ຄະ​ນະ​ຜູ້​ແທນ, ຄະ​ນະ​ຊ່ຽວ​ຊານ​ວິ​ຊາການ, ເຂົ້າ​ຮ່ວມ​ບັນ​ດາ​ເວ​ທີ​ປາ​ໄສວິ​ທະ​ຍາ​ສາດ​ສາ​ກົນ ແລະ ສ້າງ​ເຄືອ​ຂ່າຍ​ພູມ​ປັນ​ຍາ…


top