ຕອນບ່າຍວັນທີ 15 ມັງກອນ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານນາງ Chea Kimtha, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ກຳປູເຈຍ ປະຈຳ ສສ ຫວຽດນາມ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສຳເລັດໄລຍະປະຕິບັດໜ້າທີ່ການທູດຢູ່ ຫວຽດນາມ.
ໃນການຕ້ອນຮັບ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ ຫວຽດນາມ ແລະ ກຳປູເຈຍ ຍູ້ໄວການເຊື່ອມຕໍ່ໂຄງລ່າງ, ພັດທະນາໂຄງລ່າງການຄ້າຊາຍແດນ. ຫວຽດນາມ ປາດຖະໜາຢາກຍູ້ແຮງການຮ່ວມມືດ້ານການຄ້າກັບ ກຳປູເຈຍ, ໂດຍສະເພາະແມ່ນສຳລັບບັນດາຜະລິດຕະພັນຄື ເຂົ້າສານ ເຂົ້າເປືອກ, ໝາກມ່ວງຫິມະພານ ແລະ ຢາງພາລາ ເພື່ອຊຸກຍູ້ອຸດສາຫະກຳການປຸງແຕ່ງ ແລະ ການນໍາເຂົ້າສົ່ງອອກ, ຍູ້ແຮງການເຊື່ອມຕໍ່ຊາຍແດນ, ດ່ານຊາຍແດນ, ພ້ອມທັງຊອກຫາບັນດາມາດຕະການນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸໄດ້ 20 ຕື້ USD ໂດຍໄວ. ທ່ານນາຍົກລັດຖະມົນຕີ ກໍສະເໜີໃຫ້ ກຳປູເຈຍ ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ຫວຽດນາມ ທີ່ລົງທຶນ, ດຳເນີນທຸລະກິດຢູ່ ກຳປູເຈຍ; ພ້ອມດຽວກັນນັ້ນ, ສອງຝ່າຍກໍ່ສືບຕໍ່ສົມທົບກັນໃນວຽກງານປັກຫຼັກໝາຍຊາຍແດນ ແລະ ຄຸ້ມຄອງຊາຍແດນໃນເຂດດິນຕໍ່ແຜ່ນ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຝ່າຍ ກຳປູເຈຍ ສືບຕໍ່ເອົາໃຈໃສ່, ອຳນວຍຄວາມສະດວກກ່ຽວກັບພູມີສາດນິຕິກຳ, ໃນນັ້ນ ມີການໃຫ້ສັນຊາດເພື່ອໃຫ້ຊາວກຳປູເຈຍ ເຊື້ອຊາດ ຫວຽດນາມ ມີການດຳລົງຊີວິດທີ່ເປັນປົກກະຕິ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຕີລາຄາສູງຕໍ່ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານນາງ Chea Kimtha ໃນການຊຸກຍູ້ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ເຊື່ອມຕໍ່ການພົບປະແລກປ່ຽນປະຊາຊົນສອງປະເທດ.
ສ່ວນທ່ານນາງ Chea Kimtha ກໍຕີລາຄາສູງແຜນນະໂຍບາຍປະຕິຮູບ, ການປັບປຸງກົງຈັກການຈັດຕັ້ງໃຫ້ກະທັດລັດຂອງ ຫວຽດນາມ, ພ້ອມທັງເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງ ຫວຽດນາມ ຈະປະສົບຜົນສຳເລັດຢ່າງຈົບງາມ ແລະ ຫວຽດນາມ ຈະປະຕິບັດສຳເລັດ 2 ເປົ້າໝາຍ 100 ປີ, ກ່ອນອື່ນໝົດແມ່ນຮອດປີ 2030 ກາຍເປັນປະເທດພວມພັດທະນາ, ມີພື້ນຖານອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ ແລະ ຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ.