ຂ່າວສານ ຫວຽດນາມ ແລະ ການາດາ ອອກຖະແຫຼງການຮ່ວມຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ 25/09/2026 ຫວຽດນາມ ແລະ ການາດາ ໄດ້ຕັດສິນໃຈຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ເປັນຂີດໝາຍບາດກ້າວພັດທະນາສຳຄັນໃນການພົວພັນສອງປະເທດນັບແຕ່ເວລາສ້າງຕັ້ງການພົວພັນທາງການທູດໃນປີ 1973. ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ທ່ານນາງ Louise Arbour ຜູ້ສຳເລັດລາດຊະການ ແຫ່ງການາດາ (ພາບ: VNA) ໃນການຢ້ຽມຢາມທາງລັດຖະກິດຢູ່ ການາດາ ແຕ່ວັນທີ 24 – 25 ກັນຍາ 2026 ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ, ຫວຽດນາມ ແລະ ການາດາ ໄດ້ຕັດສິນໃຈຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ເປັນຂີດໝາຍບາດກ້າວພັດທະນາສຳຄັນໃນການພົວພັນສອງປະເທດນັບແຕ່ເວລາສ້າງຕັ້ງການພົວພັນທາງການທູດໃນປີ 1973. ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການພົວພັນບົນ 8 ເສົາຄ້ຳລວມມີ: ການຮ່ວມມືສອງຝ່າຍ, ພາກພື້ນ ແລະ ຫຼາຍຝ່າຍ, ການຄ້າ, ການລົງທຶນ ແລະ ເສດຖະກິດ; ຄົມມະນາຄົມ, ລະບົບສະໜອງ ແລະ ພື້ນຖານໂຄງລ່າງ; ການຫັນເປັນດີຈີຕອນ ແລະ ປັນຍາປະດິດ (Ai), ເຕັກໂນໂລຢີທີ່ກ້າວໜ້າ ແລະ ນະວັດຕະກຳ; ພະລັງງານ, ສິ່ງແວດລ້ອມ ແລະ ການເຕີບໂຕແບບຍືນຍົງ; ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ກະສິກຳ - ອາຫານການກິນ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການເດີນເຮືອ, ການປະຕິບັດກົດໝາຍ ແລະ ຍຸຕິທຳ, ການສຶກສາ, ວັດທະນະທຳ ແລະ ພົບປະແລກປ່ຽນປະຊາຊົນ. ສິ່ງທີ່ເປັນໜ້າສົນໃຈແມ່ນ, ສອງຝ່າຍເຫັນດີເປັນເອກະພາບເປີດກວ້າງການຮ່ວມມືກ່ຽວກັບ AI, ເຄິ່ງຊັກນຳໄຟຟ້າ, ເຕັກໂນໂລຢີ Quantum, ພະລັງງານສະອາດ, ລະບົບສະໜອງ, ເສດຖະກິດສີຂຽວ, ພ້ອມທັງເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບທາງທະເລ, ປົກປັກຮັກສາສິ່ງແວດລ້ອມ ແລະ ການຕໍ່ສູ້ກັບອາດຊະຍາກຳຂ້າມຊາດ.

ຫວຽດນາມ ແລະ ການາດາ ໄດ້ຕັດສິນໃຈຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ເປັນຂີດໝາຍບາດກ້າວພັດທະນາສຳຄັນໃນການພົວພັນສອງປະເທດນັບແຕ່ເວລາສ້າງຕັ້ງການພົວພັນທາງການທູດໃນປີ 1973. ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ທ່ານນາງ Louise Arbour ຜູ້ສຳເລັດລາດຊະການ ແຫ່ງການາດາ (ພາບ: VNA) ໃນການຢ້ຽມຢາມທາງລັດຖະກິດຢູ່ ການາດາ ແຕ່ວັນທີ 24 – 25 ກັນຍາ 2026 ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ, ຫວຽດນາມ ແລະ ການາດາ ໄດ້ຕັດສິນໃຈຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ເປັນຂີດໝາຍບາດກ້າວພັດທະນາສຳຄັນໃນການພົວພັນສອງປະເທດນັບແຕ່ເວລາສ້າງຕັ້ງການພົວພັນທາງການທູດໃນປີ 1973. ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການພົວພັນບົນ 8 ເສົາຄ້ຳລວມມີ: ການຮ່ວມມືສອງຝ່າຍ, ພາກພື້ນ ແລະ ຫຼາຍຝ່າຍ, ການຄ້າ, ການລົງທຶນ ແລະ ເສດຖະກິດ; ຄົມມະນາຄົມ, ລະບົບສະໜອງ ແລະ ພື້ນຖານໂຄງລ່າງ; ການຫັນເປັນດີຈີຕອນ ແລະ ປັນຍາປະດິດ (Ai), ເຕັກໂນໂລຢີທີ່ກ້າວໜ້າ ແລະ ນະວັດຕະກຳ; ພະລັງງານ, ສິ່ງແວດລ້ອມ ແລະ ການເຕີບໂຕແບບຍືນຍົງ; ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ກະສິກຳ - ອາຫານການກິນ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການເດີນເຮືອ, ການປະຕິບັດກົດໝາຍ ແລະ ຍຸຕິທຳ, ການສຶກສາ, ວັດທະນະທຳ ແລະ ພົບປະແລກປ່ຽນປະຊາຊົນ. ສິ່ງທີ່ເປັນໜ້າສົນໃຈແມ່ນ, ສອງຝ່າຍເຫັນດີເປັນເອກະພາບເປີດກວ້າງການຮ່ວມມືກ່ຽວກັບ AI, ເຄິ່ງຊັກນຳໄຟຟ້າ, ເຕັກໂນໂລຢີ Quantum, ພະລັງງານສະອາດ, ລະບົບສະໜອງ, ເສດຖະກິດສີຂຽວ, ພ້ອມທັງເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບທາງທະເລ, ປົກປັກຮັກສາສິ່ງແວດລ້ອມ ແລະ ການຕໍ່ສູ້ກັບອາດຊະຍາກຳຂ້າມຊາດ.