ຂ່າວສານ

ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ທີ່​ມີ​ອັດ​ຕາລົບ​ລ້າງ​ໄພ​ອຶດ​ຫິວຫຼຸດ​ຜ​່ອນ​ຄວາມທຸກ​ຍາກ​ໄວ​ທີ່​ສຸດ​ໃນ​ໂລກ

ຫວຽດນາມ ບັນລຸໄດ້ລະດັບການເຕີບໂຕ ແລະ ການຫຼຸດຜ່ອນໄພອຶດຫິວຄວາມທຸກຍາກ ທີ່ເປັນໜ້າສົນໃຈ. ອັດຕາລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກຈາກເຄິ່ງໜຶ່ງຈຳນວນປະຊາກອນເຫຼືອພຽງ 1%, ເຊິ່ງແມ່ນລະດັບການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກໄວກວ່າໝູ່ໃນປະຫວັດສາດ.
ທ່ານນາງ Mariam Sherman, ຜູ້ອຳນວຍການທະນາຄານໂລກ ປະຈຳ ຫວຽດນາມ, ກຳປູເຈຍ, ລາວ

ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີອັດຕາຫຼຸດຜ່ອນໄພອຶດຫິວທຸກຍາກໄວທີ່ສຸດໃນໂລກ. ແຕ່ເຖິງຢ່າງໃດກໍຕາມ, ເພື່ອຮັກສາທ່ວງທ່າການເຕີບໂຕ, ຫັນບັນດາເປົ້າໝາຍກາຍເປັນປະເທດມີລາຍຮັບສູງໃນປີ 2045 ໃຫ້ປະກົດຜົນເປັນຈິງ, ຫວຽດນາມ ຕ້ອງສືບຕໍ່ຍູ້ແຮງ ແລະ ເພິ່ມທະວີການປັບປຸງລະບອບລະບຽບການຕາມລວງເລິກ, ພ້ອມທັງຊຸກຍູ້ຮູບແບບພັດທະນາສີຂຽວ. ນີ້ແມ່ນຂໍ້ສະຫຼຸບທີ່ໄດ້ຍົກອອກມາໃນສອງບົດລາຍງານກ່ຽວກັບຄວາມບຸກທະລຸດ້ານລະບອບລະບຽບການ ແລະ ການເຕີບໂຕສີຂຽວ ມຸ່ງໄປເຖິງອະນາຄົດແບບຍືນຍົງ ໂດຍທະນາຄານໂລກປະຕິບັດ, ປະກາດໃນຕອນເຊົ້າວັນທີ 22 ພຶດສະພາ ຢູ່ຮ່າໂນ້ຍ.

ທີ່ພິທີປະກາດ, ທ່ານນາງ Mariam Sherman, ຜູ້ອຳນວຍການທະນາຄານໂລກ ປະຈຳ ຫວຽດນາມ, ກຳປູເຈຍ, ລາວ ຖືວ່າ ຫວຽດນາມ ມີພື້ນຖານພັດທະນາຢ່າງໝັ້ນແກ່ນໃນຫຼາຍປີຜ່ານມາ. ຫວຽດນາມ ບັນລຸໄດ້ລະດັບການເຕີບໂຕ ແລະ ການຫຼຸດຜ່ອນໄພອຶດຫິວຄວາມທຸກຍາກ ທີ່ເປັນໜ້າສົນໃຈ. ອັດຕາລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກຈາກເຄິ່ງໜຶ່ງຈຳນວນປະຊາກອນເຫຼືອພຽງ 1%, ເຊິ່ງແມ່ນລະດັບການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກໄວກວ່າໝູ່ໃນປະຫວັດສາດ.


top