ຂ່າວສານ

ຫວຽດ​ນາມ ແມ່ນ​ຈຸດ​ນັດ​ພົບ​ທີ່​ດູດ​ດື່ມ​ທີ່​ສຸດ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ປີ 2026

ໜັງ​ສື​ພິມ The Strait Times ຂອງ ສິງ​ກະ​ໂປ, ວັນ​ທີ 20 ເມ​ສາ ໃຫ້​ຂໍ້​ສັງ​ເກດ​ວ່າ ຫວຽດ​ນາມ ພວມ​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ຈຸດ​ນັດ​ພົບ​ແຖວ​ໜ້າ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ ສິງ​ກະ​ໂປ, ເຊິ່ງ​ໄດ້​ສະ​ແດງ​ຜ່ານ​ລະ​ດັບ​ຄວາມ​ສົນ​ໃຈ​ໃນ​ບັນ​ດາ​ສື່​ສັງ​ຄົມ​ອອນ​ໄລຢ່າງ​ແຮງ, ກໍ​ຄື​ການ​ເຕີບ​ໂຕ​ຫຼາຍ​ພໍ​ສົມ​ຄວນ​ຂອງ​ຂະ​ແໜງ​ທ່ອງ​ທ່ຽວ​ໃນ​ຊຸມ​ປີ​ມໍ່​ໆ​ມາ​ນີ້.
ເຂດ​ທ່ອງ​ທ່ຽວ​ນິ​ເວດ ຈ່າງ​ອານ, ນິງ​ບິ່ງ

ທ່ານ Gareth Leather, ນັກ​ເສດ​ຖະ​ກິດ​ຂັ້ນ​ສູງ​ຂອງ ອາ​ຊ​ີ ຢູ່​ບໍ​ລິ​ສັດ​ເສດ​ຖະ​ກິດ​ມະ​ຫາ​ພາກ​ທົ່ວ​ໂລກ Capital Economics ຢູ່ ລອນດອນ, ຖື​ວ່າ ຫວຽດ​ນາມ ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນຍ້ອນ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ມູນ​ເຊື້ອ​ປະ​ຫວັດ​ສາດ, ທິວ​ທັດ​ທຳ​ມະ​ຊາດ​ທີ່ຫຼາກຫຼາຍ ແລະ ຄ່າ​ໃຊ້​ຈ່າຍ​ທີ່​ເໝາະ​ສົມ. ວັດ​ທະ​ນະ​ທຳ​ຢູ່ຕາມ​ທ້ອງ​ຖະ​ໜົນ, ອາ​ຫານ​ການ​ກິນ ແລະ ບັນ​ດາ​ການ​ບໍ​ລິ​ການ​ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ, ການ​ເສີມ​ສວຍ​ດ້ວຍ​ລາ​ຄາ​ເໝາະ​ສົມ ພວມ​ນັບ​ມື້​ນັບ​ດຶງ​ດູດ​​ແຂກ​ທ່ອງ​ທ່ຽວ​ໜຸ່ມ​ຈາກ​ ສິງ​ກະ​ໂປ ແລະ ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ.

ແງ່​ຫວັງ​ເຕີບ​ໂຕ​ຂອງ​ຂະ​ແໜງ​ທ່ອງ​ທ່ຽວ ຫວຽດ​ນາມ ໃນ​ຂຸມ​ປີ​ຈະ​ມາ​ເຖິງ​ໂດ​ຍ​ໜັງ​ສື​ພິມ The Strait Times ໄດ້​ຮັບ​ການ​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ ເມື່ອ​ລັດ​ຖະ​ບານ​ວາງ​ເປົ້າໝາຍ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ປະ​ມານ 50 ລ້ານ​ເທື່ອ​ຄົນ​ໃນ​ປີ 2030. ໄປ​ຄ​ຽງ​ຄູ່​ກັນ​ນັ້ນ, ຫຼາຍ​ກຸ່ມ​ບໍ​ລິ​ສັດ​ໂຮງແຮມ​ສາ​ກົນ ໄດ້ ແລະ ພວມ​ເປີດກວ້າງ​ການ​ເຄື່ອນ​ໄຫວ​ຢູ່ ຫວຽດ​ນາມ. ໄປ​ຄ​ຽງ​ຄູ່​ກັນ​ນັ້ນ, ບັນ​ດາ​ໂຄງ​ການ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ ເພື່ອ​ແນ​ໃສ່​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ.


top