ຂ່າວສານ

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ ອິດ​ສະ​ຣາ​ແອັນ, ມີ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ວັນ​ທີ 18 ພຶດ​ສະ​ພາ, ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີທີ່ Jerusalem, ທ່ານ ຫງວຽນ​ກີ່​ເຊີນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອິດ​ສະ​ຣາ​ແອັນ ໄດ້​ຍື່ນ​ສານ​ຕາ​ຕັ້ງ​ຕໍ່ທ່ານ Isaac Herzog ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສ​ະ​ຣາ​ແອັນ, ເລີ່ມ​​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດ​ຢູ່ ລັດ ອິດ​ສະ​ຣາ​ແອັນ ຢ່າງ​ເປັນ​ທາງ​ການ.
  ທ່ານ ຫງວຽນ​ກີ່​ເຊີນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອິດ​ສະ​ຣາ​ແອັນ ​ຍື່ນ​ສານ​ຕາ​ຕັ້ງ​ຕໍ່ທ່ານ Isaac Herzog ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສ​ະ​ຣາ​ແອັນ (ພາບ: TTXVN)  

ທີ່​ພິ​ທີ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Isaac Herzog, ເນັ້ນ​ໜັກ​ວ່າ ອິດ​ສະ​ຣາ​ແອັນ ຖື​ການ​ພົວ​ພັນ​ກັບ ຫວຽດ​ນາມ ເປັນ​ສຳ​ຄັນ; ຕີ​ລາຄາ ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ມີ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ຢູ່​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ສ່ວນ​ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ກີ່​ເຊີນ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຖື ອິດ​ສະ​ຣາ​ແອັນ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຢູ່​ພາກ​ພື້ນ, ພ້ອມ​ທັງ​ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ຊຸກ​ຍູ້ ແລະ ເຮັດ​ໃຫ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ​ໃນ​ທຸກ​ຂົງ​ເຂດ. ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ເນັ້ນ​ໜັກ​ວ່າ ຈະ​ມາ​ນະ​ພະ​ຍາ​ຍາມ​ເປັນ​ຂົວ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ຊຸກ​ຍູ້​ການ​ຄ້າ - ການ​ລົງ​ທຶນ, ກໍ​ຄື​ເປີດກວ້າງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ທີ່ ອິດ​ສະ​ຣາ​ແອັນ ມີ​ທ່າ​ແຮງ ແລະ ຫວຽດ​ນາມ ມີ​ຄວາມ​ຕ້​ອງ​ການ.

ສອງ​ຝ່າຍ​ກໍ​ແລກ​ປ່ຽນ​ແງ່​ຫວັງ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ, ໃນ​ນັ້ນ ໄດ້​ເນັ້ນ​ໜັກ​ເຖິງ​ເລື່ອງ​ຜັນ​ຂະ​ຫຍາຍ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ອິດ​ສະ​ຣາ​ແອັນ (VIFTA) ຢ່າງ​ມີ​ປະ​ສິດ​ທິ​ຜົນ; ຊຸກ​ຍູ້ 2 ບໍ​ລິ​ສັດ​ການ​ບິນ ອິດ​ສະ​ຣາ​ແອັນ ນັ້ນ​ແມ່ນ EL AL Airlines ແລະ Arkia Israeli Airlines ເປີດ​ບັນ​ດາ​ສາຍ​ການ​ບິນ​ໂດຍ​ກົງມາ​ຍັງ ຮ່າ​ໂນ້ຍ ແລະ ນະ​ຄອນ ໂຮ່​ຈີ​ມິນຕື່ມ​ອີກ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Isaac Herzog ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ແລກ​ປ່ຽນ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ໃຫ້​ຫຼາຍກວ່າ​ອີກ.


top