APEC ຕ້ອງສືບຕໍ່ເສີມຂະຫຍາຍບົດບາດແມ່ນເວທີປາໄສຮ່ວມມືເສດຖະກິດແຖວໜ້າ, ພ້ອມທັງສຸມໃສ່ສາມບຸລິມະສິດໃຫຍ່ຮອດປີ 2035: ຊຸກຍູ້ດ້ານການຄ້າ ແລະ ການລົງທຶນເສລີເປີດ; ຍົກສູງກຳລັງທົນທານຂອງບັນດາພື້ນຖານເສດຖະກິດ ແລະ ລະບົບສະໜອງ; ໝູນໃຊ້ໂອກາດຈາກວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແລະ ຫັນເປັນສີຂຽວ, ແນໃສ່ຮັບປະກັນການເຕີບໂຕແບບຍືນຍົງ ແລະ ກວມລວມ.
ວາລະປະຊຸມປຶກສາຫາລື "ລັດເຊຍ - APEC: ແງ່ຫວັງການຮ່ວມມືເປີດກວ້າງຮອດປີ 2035" (ພາບ: TTXVN)
ໃນຂອບເຂດຄະນະປະຕິບັດງານ ໂດຍທ່ານ ຟ້າມຢາຕຸກ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ນຳພາຄະນະໄປຢ້ຽມຢາມ ສະຫະພັນ ລັດເຊຍ ແລະ ເຂົ້າຮ່ວມ ເວທີປາໄສເສດຖະກິດສາກົນ St. Petersburg ຄັ້ງທີ 29, ຕອນເຊົ້າວັນທີ 5 ມິຖຸນາ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລື “ລັດເຊຍ - APEC: ແງ່ຫວັງການຮ່ວມມືເປີດກວ້າງຮອດປີ 2035”.
ເມື່ອກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ ຖືວ່າ APEC ຕ້ອງສືບຕໍ່ເສີມຂະຫຍາຍບົດບາດແມ່ນເວທີປາໄສຮ່ວມມືເສດຖະກິດແຖວໜ້າ, ພ້ອມທັງສຸມໃສ່ສາມບຸລິມະສິດໃຫຍ່ຮອດປີ 2035: ຊຸກຍູ້ດ້ານການຄ້າ ແລະ ການລົງທຶນເສລີເປີດ; ຍົກສູງກຳລັງທົນທານຂອງບັນດາພື້ນຖານເສດຖະກິດ ແລະ ລະບົບສະໜອງ; ໝູນໃຊ້ໂອກາດຈາກວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແລະ ຫັນເປັນສີຂຽວ, ແນໃສ່ຮັບປະກັນການເຕີບໂຕແບບຍືນຍົງ ແລະ ກວມລວມ. ໃນວິວັດທະນາການນັ້ນ, APEC ຕ້ອງເພີ່ມທະວີການປະສານສົມທົບກັບບັນດາກົນໄກພາກພື້ນ ແລະ ທົ່ວໂລກ.
ທ່ານຮອງລັດຖະມົນຕີ ຢັ້ງຢືນວ່າ ປັດຈຸບັນນີ້, ຫວຽດນາມ ພວມສະຫງວນແຫຼ່ງກຳລັງບຸລິມະສິດ ແລະ ຕັ້ງໜ້າກະກຽມໃຫ້ແກ່ບົດບາດປະທານ APEC ປີ 2027 ແລະ ປາດຖະໜາວ່າ ຈະປະສານສົມທົບກັບ ຈີນ, ປະເທດເຈົ້າພາບ APEC ປີ 2026 ແລະ ບັນດາປະເທດເຈົ້າພາບຂອງປີຕໍ່ໄປກໍຄືບັນດາສະມາຊິກ APEC ຢ່າງແໜ້ນແຟ້ນ ຊຸກຍູ້ການຮ່ວມມືກັນເພື່ອສັນຕິພາບ, ຄວາມວັດທະນາຖາວອນ ແລະ ການພັດທະນາຂອງພາກພື້ນ ແລະ ຂອງໂລກ.