ຂ່າວສານ

ຫວຽດ​ນາມ - ແບນ​ຊິກ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ

ທ່ານ​ລັດ​ຖະ​ມົ​ນ​ຕີ ເລຮວ່າຍ​ຈຸງ ຢັ້ງ​ຢືນວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ກັບ ແບນ​ຊິກ, ເຊິ່ງເປັນຄູ່​ຮ່ວມ​ມືທີ່​ສຳ​ຄັນ​ຢູ່ ​ເອີ​ລົບ.
ທ່ານ ເລ​ຮວ່າຍ​ຈຸງ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ​ພົບ​ປະ​ກັບ ​ທ່ານ​ Maxime Prévot ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແບນ​ຊິກ (ພາບ: VNA)

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ລາ​ຊະ​ອາ​ນາ​ຈັກ ແບນ​ຊິກ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດແຫ່ງ ສ​ສ. ຫວຽດ​ນາມ, ວັນ​ທີ 22 ຕຸລາ, ທ່ານ ເລ​ຮວ່າຍ​ຈຸງ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ມີ​ການ​ພົບ​ປະ​ກັບ ​ທ່ານ​ Maxime Prévot ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແບນ​ຊິກ.

ທ່ານ​ລັດ​ຖະ​ມົ​ນ​ຕີ ເລຮວ່າຍ​ຈຸງ ຢັ້ງ​ຢືນວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ກັບ ແບນ​ຊິກ, ເຊິ່ງເປັນຄູ່​ຮ່ວມ​ມືທີ່​ສຳ​ຄັນ​ຢູ່ ​ເອີ​ລົບ. ທ່​ານ​ສະ​ເໜີໃຫ້ສອງ​ຝ່າຍ​ສຸມ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ - ການ​ຄ້າ - ການ​ລົງ​ທຶນ ໃນ​ບັນ​ດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ທ່າ​ແຮງ​ເພີ່ມ​ເຕີມ​ໃຫ້​ແກ່​ກັນ, ເປັນ​ຕົ້ນ​ແມ່ນ​ທ່າ​ກຳ​ປັ່ນ​ທະ​ເລ, logistics; ນຳ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ ແລະ ນະ​ວັດ​ຕະ​ກຳ ກາຍ​ເປັນ​ຈຸ​ດ​ສຸມຂອງ​ການ​ຮ່ວມ​ມື​ໃໝ່, ສືບ​ຕໍ່​ເປີດກວ້າງ​ການ​ຮ່ວມ​ມື​ດ້ານການ​ສຶກ​ສາ - ບຳ​ລຸງ​ສ້າງ, ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ, ການ​ແພດ ແລະ ເພີ່ມ​ທະ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ ແລະ ບັນ​ດາ​ເຂດ​ພາກ, ປະ​ຊາ​ຄົມ​ຂອງ ແບນ​ຊິກ.

ສ່ວນ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ແບນ​ຊິກ Maxime Prévot ຢັ້ງ​ຢືນ​ວ່າ ແບນ​ຊິກ ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ​ຫວຽດ​ນາມ, ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ສຳ​ເລັດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ແລະ ບົດ​ບາດ​ຂອງ ຫວຽດ​ນາມ ​ທີ່​ນັບ​ມື້​ນັບສູງ​ຂຶ້ນຢູ່​ພາກ​ພື້ນ ແລະ ເວ​ທີ​ສາ​ກົນ.

ໃນ​ໂອ​ກາດ​ນີ້, ທ່ານ ຮວ່າງ​ມິງ​ເຊີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ບຳ​ລຸງ​ສ້າງ ຫວຽດນາມ ແລະ ທ່ານ Roxana Minzatu ​ຮອງ​ປະ​ທານ​ຝ່າຍ​ບໍ​ລິ​ຫານ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ ຮັ​ບ​ຜິດ​ຊອບວຽກງານ​ສັງ​ຄົມ, ທັກ​ສະ, ວຽກ​ເຮັດ​ງານ​ທຳ​ທີ່​ມີ​ຄຸນ​ນະ​ພາບ​ ແລະ ກຽມ​ພ້ອມ​​ຮັບ​ມື ໄດ້​ລົງ​ນາມ​ອະ​ນຸ​ສັນ​ຍາ ລະ​ຫວ່າງ ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ຫວຽດ​ນາມ ກັບ ຄະ​ນະ​ກຳ​ມະ​ການ​ເອີ​ລົບ (EC) ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ. ນີ້​ແມ່ນ​ເອ​ກະ​ສານ​ສະ​ເພາະ​ສະ​ບັບ​ທຳ​ອິດ​ວ່າ​ດ້ວຍ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ ລະ​ຫວ່າງ​ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ຫວຽດ​ນາມ ກັ​ບ EC.


top