ດັດຊະນີສຳຄັນໜຶ່ງອີກ ເພື່ອສ່ອງແສງກຳລັງຄວາມສາມາດຜະລິດ ແລະ ກຳລັງຄວາມສາມາດແກ້ງແຍ້ງຂອງປະເທດໜຶ່ງ ແມ່ນມູນຄ່າເພີ່ມຂອງ ຂະແໜງອຸດສາຫະກຳ ປຸງແຕ່ງປະດິດສ້າງ(MVA). MVA ຂອງ ຫວຽດນາມໄດ້ເພີ່ມຂຶ້ນຈາກ ລະດັບ 15.15 ຕື້ USD ໃນປີ 2006 ຂຶ້ນເປັນ 26.61 ຕື້ USD ໃນປີ 2016.

ທ່ານຮອງລັດຖະມົນຕີ ໂດທັ້ງຫ໋າຍ ກ່າວຄຳເຫັນທີ່ ກອງປະຊຸມສຳມະນາ
ຫວຽດນາມ ໄດ້ເພີ່ມຂຶ້ນ 27 ຂັ້ນ, ຈາກອັນດັບທີ 69 ຂຶ້ນມາຢູ່ອັນດັບທີ 42 ຂອງໂລກ ແລະ ອັນດັບທີ 5 ຂອງອາຊຽນ ໃນຕາຕະລາງຈັດອັນດັບດັດຊະນີກຳລັງຄວາມສາມາດແກ້ງແຍ້ງອຸດສາຫະກຳ (CIP) ທົ່ວໂລກ.ນີ້ແມ່ນໝາກຜົນດີເດັ່ນທີ່ສຸດ ໃນຈຳນວນບັນດາປະເທດອາຊຽນ ໃນໄລຍະ 2006 – 2016. ຂໍ້ມູນດັ່ງກ່າວໄດ້ຍົກອອກໃນປຶ້ມປົກຂາວອຸດສາຫະກຳ ຫວຽດນາມ 2019 ເຊິ່ງໄດ້ປະກາດໃນວັນທີ 22 ຕຸລາ, ຢູ່ຮ່າໂນ້ຍ.
ຕາມບັນດາດັດຊະນີຂອງ CIP ໃນສື່ສິ່ງພິມ, ການສົ່ງອອກ ໄດ້ສວມບົດບາດສຳຄັນໃນການຊ່ວຍໃຫ້ ຫວຽດນາມມີບາດກ້າວບຸກທະລຸໃນຕາຕະລາງຈັດອັນດັບກຳລັງຄວາມສາມາດແກ້ງແຍ້ງອຸດສາຫະກຳທົ່ວໂລກ.
ດັດຊະນີສຳຄັນໜຶ່ງອີກ ເພື່ອສ່ອງແສງກຳລັງຄວາມສາມາດຜະລິດ ແລະ ກຳລັງຄວາມສາມາດແກ້ງແຍ້ງຂອງປະເທດໜຶ່ງ ແມ່ນມູນຄ່າເພີ່ມຂອງ ຂະແໜງອຸດສາຫະກຳ ປຸງແຕ່ງປະດິດສ້າງ(MVA). MVA ຂອງ ຫວຽດນາມໄດ້ເພີ່ມຂຶ້ນຈາກ ລະດັບ 15.15 ຕື້ USD ໃນປີ 2006 ຂຶ້ນເປັນ 26.61 ຕື້ USD ໃນປີ 2016.
(ແຫຼ່ງຄັດຈາກ VOV)