ຂ່າວສານ

ຫວຽດ​ນາມ ເປັນ​ເຈົ້າ​ການ​ພ້ອມ​ກັບ ອາ​ຊຽນ ຮັບ​ມື​ກັບ​ການ​ຜັນ​ແປ​ທົ່ວ​ໂລກ

ເລື່ອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽ​ນ​ຄັ້ງ​ທີ 48, ເປັນ​ຄັ້ງ​ທຳ​ອິດໃນ​ຖາ​ນະ​ຕຳ​ແໜ່ງ​ເປັນ​ຜູ້ນຳ​ໜ້າ​ລັດ​ຖະ​ບານ, ຈະ​ປະ​ກອບ​ສ່ວນ​ແທດ​ຈິງ​ໃຫ້​ແກ່​ການ​ຮັບ​ມື​ຂອງ​ພາກ​ພື້ນ​ກັບ​ບັນ​ດາ​ການ​ຜັນ​ຜວມ​ດ້າ​ນ​ພູ​ມີ​ສາດ​ການ​ເມືອງ
  ທ່ານ​​ນາງ ໂຕ​ທິ​ງອກ​ເຮືອງ ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ອາ​ຊຽນ ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ (ພາບ: TTXVN )  
ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 48 ຈະ​ດຳ​ເນີນ​ຢູ່​ຟີ​ລິບ​ປິນ ແຕ່​ວັນ​ທີ 7 – 8 ພຶດ​ສະ​ພາຈະ​ມາ​ເຖິງ, ຄາດ​ວ່າ​ຈະ​ນຳ​ບັນ​ດາ​ການ​ກຳ​ນົດ​ທິດ​ຍຸດ​ທະ​ສາດ​ສຳ​ຄັນ​ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່​ຂອງ ອາຊຽນ. ຕາມ​ທ່ານ​​ນາງ ໂຕ​ທິ​ງອກ​ເຮືອງ ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ອາ​ຊຽນ​ແລ້ວ, ເລື່ອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽ​ນ​ຄັ້ງ​ທີ 48, ເປັນ​ຄັ້ງ​ທຳ​ອິດໃນ​ຖາ​ນະ​ຕຳ​ແໜ່ງ​ເປັນ​ຜູ້ນຳ​ໜ້າ​ລັດ​ຖະ​ບານ, ຈະ​ປະ​ກອບ​ສ່ວນ​ແທດ​ຈິງ​ໃຫ້​ແກ່​ການ​ຮັບ​ມື​ຂອງ​ພາກ​ພື້ນ​ກັບ​ບັນ​ດາ​ການ​ຜັນ​ຜວມ​ດ້າ​ນ​ພູ​ມີ​ສາດ​ການ​ເມືອງ, ບັນ​ຫາ​ວິ​ກິດ​ການ​ດ້ານພະ​ລັງ​ງານ, ສະ​ບຽງ​ອາ​ຫານ ແລະ ກຳ​ລັງດັນ​ການ​ແກ່ງ​ແຍ້ງ​ກັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃຫຍ່, ໃນ​ນັ້ນ​ມີ​ບັນ​ດາ​ຂໍ້​ລິ​ເລີ່ມ​ລະ​ອຽດ​ຄື​ຂອບ​ການ​ຮັບ​ມື​ຂອງ ອາ​ຊຽນ ຕໍ່​ບັນ​ດາ​ຜົນ​ກະ​ທົບ​ຈາກ​ສະ​ພາບ​ການ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ.

top