ຫວຽດນາມມີແຜນນະໂຍບາຍຊຸກຍູ້ການຮ່ວມມືທາງການຄ້າທີ່ໂປ່ງໃສກັບບັນດາຄູ່ຮ່ວມມືບົນພື້ນຖານເສລີພາບ, ຍຸຕິທຳ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສອດຄ່ອງກັບບັນດາຂໍ້ຕົກລົງສອງຝ່າຍ, ຫຼາຍຝ່າຍ, ກໍ່ຄືບັນດາຂໍ້ກຳນົດຂອງອົງການການຄ້າໂລກ
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: VNA)
ຕອນບ່າຍວັນທີ 20 ສິງຫາ, ທີ່ການຖະແຫຼງຂ່າວປະຈຳ ຂອງກະຊວງການຕ່າງປະເທດ ຫວຽດນາມທີ່ໄດ້ດຳເນີນຢູ່ຮ່າໂນ້ຍ, ໂດຍຕອບຄຳຖາມຂອງນັກຂ່າວກ່ຽວກັບອາເມລິກາຫ່ວາງແລ້ວນີ້ທີ່ໄດ້ຍົກອອກ 40 ຄູ່ຮ່ວມມືການຄ້າທີ່ມີຄວາມສ່ຽງຖືກສວຍໃຊ້ເພື່ອຫຼີກລ້ຽງພາສີອາກອນ, ໃນນັ້ນມີ ຫວຽດນາມ, ຕາມນັ້ນແລ້ວ, ສິນຄ້າທີ່ໄດ້ຂົນສົ່ງຜ່ານປະເທດທີ 3 ເພື່ອໄດ້ຮັບຜົນປະໂຫຍດຈາກລະດັບພາສີຕ່ຳກວ່າ ແລະ ຫຼີກລ້ຽງລະດັບພາສີສູງກວ່າ ໂດຍອາເມລິກາ ຈັດວາງ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:
ຫວຽດນາມມີແຜນນະໂຍບາຍຊຸກຍູ້ການຮ່ວມມືທາງການຄ້າທີ່ໂປ່ງໃສກັບບັນດາຄູ່ຮ່ວມມືບົນພື້ນຖານເສລີພາບ, ຍຸຕິທຳ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສອດຄ່ອງກັບບັນດາຂໍ້ຕົກລົງສອງຝ່າຍ, ຫຼາຍຝ່າຍ, ກໍ່ຄືບັນດາຂໍ້ກຳນົດຂອງອົງການການຄ້າໂລກ, ພ້ອມທັງໄດ້ ແລະ ພວມສຸມໃສ່ສ້າງລະບອບລະບຽບການ, ຍົກສູງຄວາມສາມາດປະຕິບັດບັນດາຂອບເຂດນິຕິກຳ, ຂໍ້ກຳນົດກ່ຽວກັບການຕ້ານການສໍ້ໂກງແຫຼ່ງຕົ້ນກຳເນີດເວົ້າສະເພາະ ແລະ ສໍ້ໂກງການຄ້າເວົ້າລວມ, ເດັດດ່ຽວສະກັດກັ້ນການສໍ້ໂກງຕົ້ນກຳເນີດ ແລະ ການເປັນກາງຄຽນຖ່າຍສົ່ງສິນຄ້າແບບຜິດກົດໝາຍ. ໃນວິວັດການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ຫວຽດນາມ ຍົກອອກບັນດາຄຳໝັ້ນສັນຍາສາກົນຢ່າງແຮງໃນການຕ້ານທຸກການກະທຳສໍ້ໂກງການຄ້າ, ການຮ່ວມມືຢ່າງແໜ້ນແຟ້ນເພື່ອຮັບປະກັນການປະຕິບັດບັນດາຄຳໝັ້ນສັນຍາຢ່າງເຂັ້ມງວດ.