ຂ່າວສານ

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຕອນບ່າຍວັນທີ 11 ຕຸລາ, ເທດສະການວັດທະນະທຳ ແລະ ອາຫານການກິນ ອາຊຽນ 2025 (ASEAN Bazaar 2025) ໄດ້ດຳເນີນຢູ່ນະຄອນຫຼວງ New Delhi ຂອງ ອິນເດຍ.
ລາຍການສະແດງສິລະປະ (ພາບ: TTXVN)

ເມື່ອກ່າວຄຳເຫັນໄຂເຫດການ, ທ່ານ  Dato’ Muzafar Shah Mustafa  ເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ອິນເດຍ ເນັ້ນໜັກວ່າ, ເທດສະການ ອາຊຽນ ບໍ່ພຽງແຕ່ແມ່ນກິດຈະກຳແລກປ່ຽນວັດທະນະທຳ - ອາຫານການກິນເທົ່ານັ້ນ, ຫາກຍັງແມ່ນສັນຍາລັກທີ່ມີຊີວິດຊີວາຂອງນ້ຳໃຈເປັນເອກະພາບ, ສາມັກຄີ ແລະ ຮ່ວມມື -  ບັນດາຄຸນຄ່າແກ່ນສານສ້າງສີສັນຂອງປະຊາຄົມ ອາຊຽນ ອີກດ້ວຍ.

ໃນເທດສະການນີ້, ບັນດາປະເທດ ໄດ້ແນະນຳອາຫານພື້ນເມືອງ, ຜະລິດຕະພັນຫັດຖະກຳ ແລະ ສະແດງບັນດາລາຍການສິລະປະທີ່ເຂັ້ມຂຸ້ນໄປດ້ວຍສີສັນຊາດ. ຮ້ານວາງສະແດງຂອງ ຫວຽດນາມ ກໍດຶງດູດແຂກມາຢ້ຽມຊົມເປັນຈຳນວນຫຼາຍ ດ້ວຍບັນດາເຍື່ອງອາຫານທີ່ມີຊື່ສຽງຄື, ເຝີ, ແນມຖອດ, ກາເຟ, ນຳມາເຊິ່ງລົດຊາດເຂັ້ມຂຸ້ນຂອງອາຫານ ຫວຽດນາມ.


top