ຂ່າວສານ ຫວຽດນາມ ຮຽກຮ້ອງປົກປ້ອງປະຊາຊົນຢູ່ບັນດາປະເທດເກີດການປະທະກັນ ແລະ ເກີດໂລກລະບາດໂຄວິດ-19 11/09/2020 ໃນວັນທີ 09 ກັນຍາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມຜ່ານທາງອອນລາຍ, ຟັງການລາຍງານກ່ຽວກັບສະພາບການປະຕິບັດມະຕິເລກທີ່ 2532 ກ່ຽວກັບໂລກລະບາດໂຄວິດ-19. ທີ່ກອງປະຊຸມ, ຫວຽດນາມ ໄດ້ຮຽກຮ້ອງໃຫ້ປົກປ້ອງປະຊາຊົນຢູ່ບັນດາປະເທດເກີດການປະທະກັນ ແລະ ເກີດໂລກລະບາດໂຄວິດ-19. ສະພາຄວາມໝັ້ນຄົງ ຮັບຟັງບົດລາຍງານກ່ຽວກັບສະພາບການປະຕິບັດມະຕິເລກທີ 2532 (ພາບ: UN) ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ຖືວ່າ ມະຕິເລກທີ່ 2532 ຕ້ອງໄດ້ປະຕິບັດຢ່າງຄົບຖ້ວນຜ່ານການເຄົາລົບ ແລະ ປະຕິບັດຄຳຮຽກຮ້ອງຢຸດຍິງຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ ແລະ ຂອງມະຕິຢ່າງມີປະສິດທີຜົນ; ສຸມໃສ່ປົກປ້ອງປະຊາຊົນຢູ່ບັນດາປະເທດເກີດການປະທະກັນ, ຖືກວິກິດການດ້ານມະນຸດສະທຳ; ເພີ່ມທະວີຄວາມສາມັກຄີ ແລະ ປະສານງານບັນດາຄວາມມານະພະຍາຍາມຂອງທຸກຂັ້ນໃນລະດັບຊາດ, ພາກພື້ນ, ສາກົນ ແລະ ບັນດາຫົວຂໍ້ທີ່ກ່ຽວຂ້ອງໃນການກະກຽມ, ຮັບມື ແລະ ຟື້ນຟູພາຍຫຼັງໂລກລະບາດໂຄວິດ-19; ຮັບປະກັນໃຫ້ແກ່ການຮັກສາການເຄື່ອນໄຫວປົກປັກຮັກສາສັນຕິພາບໃນສະພາບ “ປົກກະຕິໃໝ່”, ປະກອບສ່ວນເຂົ້າມາດຕະການແກ້ໄຂໄລຍະຍາວເພື່ອຮັກສາສັນຕິພາບແບບຍືນຍົງ ແລະ ພັດທະນາ. (ແຫຼ່ງຄັດຈາກ VOV)

ໃນວັນທີ 09 ກັນຍາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມຜ່ານທາງອອນລາຍ, ຟັງການລາຍງານກ່ຽວກັບສະພາບການປະຕິບັດມະຕິເລກທີ່ 2532 ກ່ຽວກັບໂລກລະບາດໂຄວິດ-19. ທີ່ກອງປະຊຸມ, ຫວຽດນາມ ໄດ້ຮຽກຮ້ອງໃຫ້ປົກປ້ອງປະຊາຊົນຢູ່ບັນດາປະເທດເກີດການປະທະກັນ ແລະ ເກີດໂລກລະບາດໂຄວິດ-19. ສະພາຄວາມໝັ້ນຄົງ ຮັບຟັງບົດລາຍງານກ່ຽວກັບສະພາບການປະຕິບັດມະຕິເລກທີ 2532 (ພາບ: UN) ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ຖືວ່າ ມະຕິເລກທີ່ 2532 ຕ້ອງໄດ້ປະຕິບັດຢ່າງຄົບຖ້ວນຜ່ານການເຄົາລົບ ແລະ ປະຕິບັດຄຳຮຽກຮ້ອງຢຸດຍິງຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ ແລະ ຂອງມະຕິຢ່າງມີປະສິດທີຜົນ; ສຸມໃສ່ປົກປ້ອງປະຊາຊົນຢູ່ບັນດາປະເທດເກີດການປະທະກັນ, ຖືກວິກິດການດ້ານມະນຸດສະທຳ; ເພີ່ມທະວີຄວາມສາມັກຄີ ແລະ ປະສານງານບັນດາຄວາມມານະພະຍາຍາມຂອງທຸກຂັ້ນໃນລະດັບຊາດ, ພາກພື້ນ, ສາກົນ ແລະ ບັນດາຫົວຂໍ້ທີ່ກ່ຽວຂ້ອງໃນການກະກຽມ, ຮັບມື ແລະ ຟື້ນຟູພາຍຫຼັງໂລກລະບາດໂຄວິດ-19; ຮັບປະກັນໃຫ້ແກ່ການຮັກສາການເຄື່ອນໄຫວປົກປັກຮັກສາສັນຕິພາບໃນສະພາບ “ປົກກະຕິໃໝ່”, ປະກອບສ່ວນເຂົ້າມາດຕະການແກ້ໄຂໄລຍະຍາວເພື່ອຮັກສາສັນຕິພາບແບບຍືນຍົງ ແລະ ພັດທະນາ. (ແຫຼ່ງຄັດຈາກ VOV)