ຂ່າວສານ

ຫວຽດ​ນາມ - ອາ​ເມ​ລິ​ກາ ຊຸກ​ຍູ້​ການ​ຮ່ວມ​ມືດ້ານ​ມະ​ນຸດ​ສະ​ທຳ

ສະ​ຖາ​ບັນ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ ໄດ້​ປະ​ກາດ​ບ້ວງ​ເງິນ​ຊ່ວຍ​ເຫຼືອ​ເຄື່ອງ​ອຸ​ປະ​ກອນ, ບຳ​ລຸງ​ສ້າງ ແລະ ມາ​ດ​ຕະ​ການ​ດ້ານ​ເຕັກ​ນິກ​ທີ່​ກ້າວ​ໜ້າ ລວມມ​ູນ​ຄ່າກວ່າ 450.000 USD, ແນ​ໃສ່​ໜູ​ນ​ຊ່ວຍ​​ຮອບ​ດ້ານໃຫ້​ແກ່​ບັ້ນ​ເຄື່ອນ​ໄຫວ​ຊອກ​ຫາ​ຜູ້​ຫາຍ​ສາບ​ສູນ ແລະ ໄກ່​ເກ່ຍຫຼັງ​ສົງ​ຄາມ​ຢູ່ ຫວຽດ​ນາມ.
ບັນ​ຍາ​ກາດ​ການ​ພົບ​ປະ ແລະ ເຮັດ​ວຽກ (ພາບ: VOV1)

ຕອນ​ບ່າຍ​ວັນ​ທີ 1 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ, ສະ​ຖາ​ບັນ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ ພ້ອມ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ໃຫຍ່​ຂອງ ອາ​ເມ​ລິ​ກາ ໄດ້​ມີ​ການ​ພົ​ບ​ປະ ແລະ ເຮັດ​ວຽກ​ກັບ​ສະ​ມ​າ​ຄົມ ຫວຽດ​ນາມ - ອາ​ເມ​ລິ​ກາ. ນະ​ທີ່​ນີ້, ສະ​ຖາ​ບັນ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ ໄດ້​ປະ​ກາດ​ບ້ວງ​ເງິນ​ຊ່ວຍ​ເຫຼືອ​ເຄື່ອງ​ອຸ​ປະ​ກອນ, ບຳ​ລຸງ​ສ້າງ ແລະ ມາ​ດ​ຕະ​ການ​ດ້ານ​ເຕັກ​ນິກ​ທີ່​ກ້າວ​ໜ້າ ລວມມ​ູນ​ຄ່າກວ່າ 450.000 USD, ແນ​ໃສ່​ໜູ​ນ​ຊ່ວຍ​​ຮອບ​ດ້ານໃຫ້​ແກ່​ບັ້ນ​ເຄື່ອນ​ໄຫວ​ຊອກ​ຫາ​ຜູ້​ຫາຍ​ສາບ​ສູນ ແລະ ໄກ່​ເກ່ຍຫຼັງ​ສົງ​ຄາມ​ຢູ່ ຫວຽດ​ນາມ. ທ່ານ​ນາງ Margaret Hanson – Muse, ປະ​ທານ​ທັງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່​ສະ​ຖາ​ບັນ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ, ໃຫ້​ຮູ້​ວ່າ ໂຄງ​ການ​ດັ່ງ​ກ່າວ ແມ່ນ​ການ​ສືບ​ຕໍ່​ແບບ​ທຳ​ມະ​ຊາດ​ໃຫ້​ແກ່​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຝ່າຍ ອາ​ເມ​ລິ​ກາ ໃນ​ການ​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ ແລະ ສາຍ​ພົ​ວ​ພັນ​ຄູ່​ຮ່ວມ​ມື​ຍາວ​ນານ​ລະ​ຫວ່າງ​ສອງ​ປະ​ເທດ. ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ, ບັນ​ດາ​ບໍ​ລິ​ສັດ ແລະ ປະ​ຊາ​ຄົມ ຊ່ວຍ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຂອງ​ການ​ປະ​ທະ​ກັນ, ພ້ອມ​ທັງ​ສ້າງ​ສາຍ​ພົວ​ພັນ​ອັນ​ໝັ້​ນ​ໜຽວກວ່າ​ໃຫ້​ແກ່​ອະ​ນາ​ຄົດ. ນອກ​ຈາກ​ນັ້ນ​ແລ້ວ, ສອງ​ຝ່າຍ​ຈະ​ເປີດກວ້າງ​ການ​ຮ່ວມ​ມື​ໃນ​ບາງ​ຂົງ​ເຂດ​ຈຸດ​ສຸມ, ເຊິ່ງ​ລວມ​ມີ: ການ​ກຳ​ຈັດ​ສານ dioxin, ​ສະ​ຖິ​ຕິ​ຈຳ​ນວນ​ຜູ້​ຫາຍ​ສາບ​ສູນ​ໃນ​ປາງ​ສົງ​ຄາມ ແລະ ການ​ເກັບ​ກູ້​ລະ​ເບີດ​ຍັງ​ບໍ່​ທັນ​ແຕກຫຼັງ​ສົງ​ຄາມ.

ສຳ​ລັບ​ຝ່າຍ ຫວຽດ​ນາມ, ທ່ານ​ຟ້າມກວາງວິງເອກ​ອັກ​ຄະ​ລັດ​ຖະ​ທູດ , ປະ​ທານ​ສະ​ມາ​ຄົມ ຫວຽດ​ນາມ - ອາ​ເມ​ລິ​ກາ, ຢັ້ງ​ຢືນ ຈະ​ສືບ​ຕໍ່​ປະ​ສານ​ສົມ​ທົບ, ຕິດ​ຕໍ່​ກັບ​ບັນ​ດາ​ອົງ​ການ​ທ້ອງ​ຖິ່ນ​ເພື່ອ​ຜັນ​ຂະ​ຫຍາຍ​ໂຄງ​ການ​ດັ່ງ​ກ່າວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.


top