ເນື່ອງໃນໂອກາດປີໃໝ່ ປີມະເມຍ 2026, ຕອນຄ່ຳວັນທີ 9 ກຸມພາ, ຢູ່ສຳນັງງານລັດຖະບານທີ່ ຮ່າໂນ້ຍ. ທ່ານຟ້າມມິນຈິງ ນາຍົກລັດຖະມົນຕີ ແລະ ພັນລະຍາ ເລທິບິກເຈິນ ໄດ້ຈັດງານລ້ຽງຄະນະທູຕານຸທູດ ລວມມີບັນດາທ່ານເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນປະຈຳ ຫວຽດນາມ.
ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ຕິດແທດເນື້ອໃນຈິດໃຈທັງໝົດ ແລະ ແມ່ນເປົ້າໝາຍຊື່ງກອງປະຊຸມໃຫ່ຍຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມວາງອອກ, ນັ້ນແມ່ນ: ສືບຕໍ່ ຍືດໝັ້ນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ; ເປັນເພື່ອນທີ່ດີ, ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈກັບທຸກປະເທດໃນໂລກ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນເພື່ອເປົ້າໝານສັນຕິພາບ, ຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນໂລກ; ພ້ອມທັງໄດ້ກຳນົດວ່າ ການຕ່າງປະເທດແມ່ນໜ້າທີ່ສຳຄັນຍິ່ງ, ເປັນປະຈຳ. ຫວຽດນາມ ປາດຖະໜາສືບຕໍ່ໄດ້ຮັບການຮ່ວມເດີນທາງ ແລະ ການຊ່ວຍເຫຼືອອັນລ້ຳຄ່າຈາກເພື່ອມິດສາກົນ ເພື່ອພ້ອມກັນປະຕິບັດວິໄສທັດ “ຫວຽດນາມ ພັດທະນາຢ່າງຍືນຍົງ- ອາຊຽນຕິດພັນກັນ-ອາຊີວັດທະນາຖາວອນຮ່ວມກັນ-ໂລກແຫ່ງສັນຕິພາບ-ມວນມະນຸດສະເໝີພາບກ້າວຂຶ້ນ” ໃຫ້ປະກົດຜົນເປັນຈິງ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ:
ລະດູບານໃໝ່ປີມະເມຍ 2026 ບໍ່ພຽງແຕ່ເປີດສາກໃຫ້ແກ່ປີໃໝ່ເທົ່ານັ້ນ, ຫາກຍັງເປີດສາກໃຫ້ແກ່ສັງກະລາດພັດທະນາໃໝ່ຂອງ ຫວຽດນາມ ອີກດ້ວຍ, ດ້ວຍວິໄສທັດ 100 ປີເພື່ອໃຫ້ ຫວຽດນາມ ເຂັ້ມແຂງແຮງກ້າ, ສິວິໄລ, ວັດທະນາຖາວອນ, ມີຄວາມຜາສຸກ, ກ້າວຂຶ້ນຢ່າງໝັ້ນຄົງ, ວ່ອງໄວ, ກ້າວຂຶ້ນສັງຄົມນິຍົມຢ່າງແຮງ. ການເປີດສາກທັງໝົດລ້ວນແຕ່ຮຽກຮ້ອງໃຫ້ມີການກະທຳທີ່ແຂງແຮງ, ແຕ່ຕ້ອງໄດ້ຮັບການນຳພາດ້ວຍຄຸນນະທາດອັນໝັ້ນແກ່ນ, ເດັດດຽວ, ຢືດໝັ້ນໃນການປ່ຽນໃໝ່ຈິນຕະນາການ; ໄດ້ກຳນົດດ້ວຍວິໄສທັດຍຸດທະສາດ; ດ້ວຍຈິດໃຈ “ມອງກ້ວາງເຫັນໄກ, ຄິດເລິກເຮັດໃຫ່ຍ”.