ຂ່າວສານ

ຫວຽດ​ນາມ-ສິງ​ກະ​ໂປ ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ການ​ສ້າງ​ລະ​ບົບ​ມູນ​ຄ່າ Halal ໃນ​ພາກ​ພື້ນ ອາ​ຊຽນ

ທ່ານ ເຈິ່​ນ​ເຟືອງ​ແອັງ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ ສິງ​ກະ​ໂປ ໃຫ້​ຮູ້​ວ່າ ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ ຫວຽດ​ນາມ ແລະ ສິງ​ກະ​ໂປ ​ພວມ​ພັດ​ທະ​ນາ​ຢ່າງ​ແຮງ, ດ້ວຍຍອດ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃນ​ປີ 2025 ບັນ​ລຸ​ເກືອບ 40 ຕື້ SDG (ປະ​ມານ 30,9 ຕື້ USD).
ທ່ານ ເຈິ່​ນ​ເຟືອງ​ແອັງ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ ສິງ​ກະ​ໂປ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸ​ມ​ສຳ​ມະ​ນາ ​​​​​(ພາບ: TTXVN)

ກອງ​ປະ​ຊຸມ​ສຳ​ມະ​ນາປະ​ກອບ​ທຸ​ລະ​ກິດ Halal 2026 ດ້ວຍ​ຫົວ​ຂໍ້ “ສິງ​ກະ​ໂປ, ຫວຽດ​ນາມ ແລະ ຍິ່ງ​ໄປ​ກວ່າ​ນັ້ນ: ພ້ອມ​ກັນ​ສ້າງ​ລະ​ບົບ​ມູນ​ຄ່າ Halal ໃນ​ພາກ​ພື້ນ”, ໄດ້​ດຳ​ເນີນ​ໃນ​ວັນ​ທີ 27 ມິ​ຖຸ​ນາ ຢູ່ ສິງ​ກະ​ໂປ. ເຫດ​ການ​ໂດຍ​ຫ້ອງ​ການ​ການ​ຄ້າ ຫວຽດ​ນາມ ປະ​ຈຳ ສິງ​ກະ​ໂປ ປະ​ສານ​ສົມ​ທົບ​ກັບ​ທະ​ນາ​ຄານ Maybank ແລະ ອົງ​ການ Dawn Horizon ຈັດ​ຂຶ້ນ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ໜ້າ​ອົງ​ການ​ຄຸ້ມ​ຄອງ, ອົງ​ການ​ຢັ້ງ​ຢືນ, ອົງ​ການ​ການ​ເງິນ ແລະ ວິ​ສາ​ຫະ​ກິດ​ໃນ​ພາກ​ພື້ນ​ເປັນ​ຈຳ​ນວນຫຼາຍ.

ກ່າວ​ຄຳ​ເຫັ​ນ​ໄຂ, ທ່ານ ເຈິ່​ນ​ເຟືອງ​ແອັງ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ ສິງ​ກະ​ໂປ ໃຫ້​ຮູ້​ວ່າ ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ ຫວຽດ​ນາມ ແລະ ສິງ​ກະ​ໂປ ​ພວມ​ພັດ​ທະ​ນາ​ຢ່າງ​ແຮງ, ດ້ວຍຍອດ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃນ​ປີ 2025 ບັນ​ລຸ​ເກືອບ 40 ຕື້ SDG (ປະ​ມານ 30,9 ຕື້ USD), ໃນ​ຂະ​ນະ​ທີ່ ​ສິງ​ກະ​ໂປ ສືບ​ຕໍ່​ແມ່ນ​ນັກ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດຫຼາຍ​ທີ່​ສຸດ​ຢູ່ ຫວຽດ​ນາມ. ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ແລ້ວ, ພື້ນ​ຖານ​ເສດ​ຖະ​ກິດ Halal ພວມ​ເປີດ​ສະ​ຖານ​ທີ່​ຮ່ວມ​ມື​ໃໝ່, ປະ​ກອບ​ສ່ວນ​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ອຸ​ດົມ​ສົມ​ບູນກວ່າ​ອີກ.

ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເຈິ່ນ​ເຟືອກ​ແອັງ ​ແລ້ວ, ຫວຽດ​ນາມ ໄດ້​ກຳ​ນົດ​ການ​ພັດ​ທະ​ນາ​ຂ​ະ​ແໜງ Halal ແມ່ນ​ໂອ​ກາດ​ຍຸດ​ທະ​ສາດ​ເພື່ອ​ຫັນ​ຕະ​ຫຼາດ​ສົ່ງ​ອອກ​ເປັນຫຼາຍ​ຮູບຫຼາຍ​ແບບ ແລະ ຍົກ​ສູງ​ຄວາມ​ສາ​ມາດ​ຮັບ​ມື​ຂອງ​ລະ​ບົບ​ສະ​ໜອງ. ກອງ​ປະ​ຊຸມ​ສຳ​ມະ​ນາ​ບໍ່​ພຽງ​ແຕ່​ເປີດ​ໂອ​ກາດ​ເຊື່ອມ​ຕໍ່​ລະ​ຫວ່າງວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ສິງ​ກະ​ໂປ ​ເທົ່າ​ນັ້ນ ຫາກ​ຍັງ ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ ອາ​ຊຽນ ​ເພື່ອ​ສ້າງ​ລະ​ບົບ​ຄຸນ​ຄ່າ Halal ແບບ​ຍືນ​ຍົງ​ອີກ​ດ້ວຍ.


top