ຂ່າວສານ ຫວຽດນາມ ສະໜັບສະໜູນບັນດາຄວາມມານະພະຍາຍາມທາງການທູດເພື່ອຊຸກຍູ້ການປະຕິບັດ JCPOA ຄືນໃໝ່ 02/07/2021 ວັນທີ 30 ມິຖຸນາ, ສະພາຄວາມໝັ້ນຄົງ ສປຊ ໄດ້ປຶກສາຫາລືກ່ຽວກັບສະພາບການປະຕິບັດມະຕິເລກທີ 2231, ມະຕິສະໜັບສະໜູນການຜັນຂະຫຍາຍຂໍ້ຕົກລົງ ແລະ ແຜນການເຄື່ອນໄຫວຮ່ວມຮອບດ້ານໃນປີ 2015, ເອີ້ນຫຍໍ້ວ່າ JCPOA. ທ່ານນາງອຸປະທູດ ຫງວຽນເຟືອງຈາ, ຮອງຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ. (ພາບ: TTXVN) ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງອຸປະທູດ ຫງວຽນເຟືອງຈາ, ຮອງຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການສະໜັບສະໜູນຕ້ານການແຜ່ຂະຫຍາຍ ແລະ ຫຼຸດຜ່ອນອາວຸດລ້າງຜານ, ໃນນັ້ນມີອາວຸດນິວເຄຼຍ. ຜູ້ຕາງໜ້າ ຫວຽດນາມ ຢ້ຳຄືນຄວາມສະໜັບສະໜູນຕໍ່ມະຕິເລກທີ 2231 ແລະ JCPOA, ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງປະຕິບັດບັນດາມະຕິ ແລະ ຂໍ້ຕົກລົງນີ້ຢ່າງເຂັ້ມງວດ ແລະ ຄົບຖ້ວນ, ຄວາມອົດກັ້ນ, ຫຼີກລ້ຽງບັນດາການກະທຳທີ່ກໍ່ຄວາມເສຍຫາຍຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຄັ່ງຕຶງປີນຂັ້ນໄດ, ສຸມໃສ່ເຂົ້າໃນການໂອ້ລົມເຈລະຈາ ເພື່ອແກ້ໄຂບັນດາຄວາມແຕກຕ່າງກັນ. ຫວຽດນາມ ສະແດງຄວາມຊົມເຊີຍຕໍ່ບັນດາຄວາມມານະພະຍາຍາມໃນການສ້າງສະພາບແວດລ້ອມແຫ່ງການໂອ້ລົມເຈລະຈາ, ຮ່ວມມືທັງຢູ່ພາຍໃນ ແລະ ນອກ ສະພາຄວາມໝັ້ນຄົງ ສປຊ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ພັດທະນາໃນພາກພື້ນ ຕາເວັນອອກກາງ. (ແຫຼ່ງຄັດຈາກ VOV)

ວັນທີ 30 ມິຖຸນາ, ສະພາຄວາມໝັ້ນຄົງ ສປຊ ໄດ້ປຶກສາຫາລືກ່ຽວກັບສະພາບການປະຕິບັດມະຕິເລກທີ 2231, ມະຕິສະໜັບສະໜູນການຜັນຂະຫຍາຍຂໍ້ຕົກລົງ ແລະ ແຜນການເຄື່ອນໄຫວຮ່ວມຮອບດ້ານໃນປີ 2015, ເອີ້ນຫຍໍ້ວ່າ JCPOA. ທ່ານນາງອຸປະທູດ ຫງວຽນເຟືອງຈາ, ຮອງຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ. (ພາບ: TTXVN) ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງອຸປະທູດ ຫງວຽນເຟືອງຈາ, ຮອງຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການສະໜັບສະໜູນຕ້ານການແຜ່ຂະຫຍາຍ ແລະ ຫຼຸດຜ່ອນອາວຸດລ້າງຜານ, ໃນນັ້ນມີອາວຸດນິວເຄຼຍ. ຜູ້ຕາງໜ້າ ຫວຽດນາມ ຢ້ຳຄືນຄວາມສະໜັບສະໜູນຕໍ່ມະຕິເລກທີ 2231 ແລະ JCPOA, ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງປະຕິບັດບັນດາມະຕິ ແລະ ຂໍ້ຕົກລົງນີ້ຢ່າງເຂັ້ມງວດ ແລະ ຄົບຖ້ວນ, ຄວາມອົດກັ້ນ, ຫຼີກລ້ຽງບັນດາການກະທຳທີ່ກໍ່ຄວາມເສຍຫາຍຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຄັ່ງຕຶງປີນຂັ້ນໄດ, ສຸມໃສ່ເຂົ້າໃນການໂອ້ລົມເຈລະຈາ ເພື່ອແກ້ໄຂບັນດາຄວາມແຕກຕ່າງກັນ. ຫວຽດນາມ ສະແດງຄວາມຊົມເຊີຍຕໍ່ບັນດາຄວາມມານະພະຍາຍາມໃນການສ້າງສະພາບແວດລ້ອມແຫ່ງການໂອ້ລົມເຈລະຈາ, ຮ່ວມມືທັງຢູ່ພາຍໃນ ແລະ ນອກ ສະພາຄວາມໝັ້ນຄົງ ສປຊ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ພັດທະນາໃນພາກພື້ນ ຕາເວັນອອກກາງ. (ແຫຼ່ງຄັດຈາກ VOV)