ຂ່າວສານ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ປະ​ຊາ​ຄົມ​ສາ​ກົນ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ລົບ​ລ້າງ​ອາວຸດ​ຢ່າງ​ສິ້ນ​ເຊິງ ແລະ ເດັດ​ຂາດ

ເພື່ອຊຸກຍູ້ການລົບລ້າງອາວຸດຢ່າງມີປະສິດທິຜົນນັ້ນ, ບັນດາປະເທດຕ້ອງເຄົາລົບຫຼັກການພື້ນຖານຂອງກົດໝາຍສາກົນ ທີ່ໄດ້ລະບຸໃນກົດບັດ ສປຊ, ຫຼຸດຜ່ອນຄ່າໃຊ້ຈ່າຍການທະຫານ ເພື່ອແນໃສ່ຈັດແບ່ງແຫຼ່ງກຳລັງໃຫ້ແກ່ການພັດທະນາ ແລະ ຊຸກຍູ້ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ພ້ອມດຽວກັນນັ້ນ, ກໍ່ມານະພະຍາຍາມກວ່າອີກໃນການສ້າງ, ເສີມສ້າງຄວາມໄວ້ເນື້ອເຊື່ອໃຈ ແນໃສ່ເປີດທາງແກ່ການເຈລະຈາ ແລະ ໄກ່ເກ່ຍ.
ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ກ່າວຄຳເຫັນໃນກອງປະຊຸມ (ພາບ: TTXVN)

ວັນທີ 08 ຕຸລາ, ຢູ່ສຳນັກງານ ສປຊ ທີ່ນະຄອນ ນິວຢອກ (ອາເມລິກາ), ຄະນະກຳມະການລົບລ້າງອາວຸດ ແລະ ຄວາມໝັ້ນຄົງສາກົນຂອງ ສະມັດຊາໃຫຍ່ ສປຊ (ຄະນະກຳມະການ 1) ໄດ້ດຳເນີນວາລະປຶກສາຫາລືລວມກ່ຽວກັບບັນດາບັນຫາທີ່ພວມພົ້ນເດັ່ນຂຶ້ນ ເຊິ່ງກ່ຽວຂ້ອງເຖິງສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ການລົບລ້າງອາວຸດ, ດ້ວຍການເຂົ້າຮ່ວມຂອງບັນດາປະເທດສະມາຊິກ ສປຊ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ພາກພື້ນ ເປັນຈຳນວນຫຼາຍ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຖືວ່າ: ເພື່ອຊຸກຍູ້ການລົບລ້າງອາວຸດຢ່າງມີປະສິດທິຜົນນັ້ນ, ບັນດາປະເທດຕ້ອງເຄົາລົບຫຼັກການພື້ນຖານຂອງກົດໝາຍສາກົນ ທີ່ໄດ້ລະບຸໃນກົດບັດ ສປຊ, ຫຼຸດຜ່ອນຄ່າໃຊ້ຈ່າຍການທະຫານ ເພື່ອແນໃສ່ຈັດແບ່ງແຫຼ່ງກຳລັງໃຫ້ແກ່ການພັດທະນາ ແລະ ຊຸກຍູ້ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ພ້ອມດຽວກັນນັ້ນ, ກໍ່ມານະພະຍາຍາມກວ່າອີກໃນການສ້າງ, ເສີມສ້າງຄວາມໄວ້ເນື້ອເຊື່ອໃຈ ແນໃສ່ເປີດທາງແກ່ການເຈລະຈາ ແລະ ໄກ່ເກ່ຍ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນທຸກຄວາມມານະພະຍາຍາມຂອງປະຊາຄົມສາກົນ ເພື່ອແນໃສ່ລົບລ້າງອາວຸດຢ່າງສິ້ນເຊີງ ແລະ ເດັດຂາດ.


top