ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດ໋ຮຸ່ງຫວຽດ ສະເໜີບັນດາຂົງເຂດຮ່ວມມືຈຸດສຸມຂອງກຸ່ມບໍລິຫານທົ່ວໂລກ (3G) ແລະ ກຸ່ມບັນດາພື້ນຖານເສດຖະກິດໃຫຍ່ (G20) ໃນໄລຍະຈະມາເຖິງ.
ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດ໋ຮຸ່ງຫວຽດ
ວັນທີ 20 ກັນຍາ, ຢູ່ນະຄອນ ນິວຢອກ (ອາເມລິກາ), ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດ໋ຮຸ່ງຫວຽດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີກຸ່ມບໍລິຫານທົ່ວໂລກ (3G) ປີ 2023 ໄດ້ຈັດຂຶ້ນຢູ່ນອກສັບປະດາຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 78.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດ໋ຮຸ່ງຫວຽດ ສະເໜີບັນດາຂົງເຂດຮ່ວມມືຈຸດສຸມຂອງກຸ່ມບໍລິຫານທົ່ວໂລກ (3G) ແລະ ກຸ່ມບັນດາພື້ນຖານເສດຖະກິດໃຫຍ່ (G20) ໃນໄລຍະຈະມາເຖິງ. ລະອຽດແມ່ນ: ໝູນໃຊ້ບັນດາກຳລັງໜູນເຕີບໂຕໃໝ່ຄື ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ ແລະ ຜັນປ່ຽນພະລັງງານ. ເອົາໃຈໃສ່ພັດທະນາກະສິກຳແບບຍືນຍົງ ເພື່ອຄ້ຳປະກັນດ້ານສະບຽງອາຫານທົ່ວໂລກ. ທ່ານສະເໜີໃຫ້ກຸ່ມບໍລິຫານທົ່ວໂລກ (3G) ສືບຕໍ່ຮັບປະກັນລັກສະນະກວມລວມໃນບັນດາວິວັດທະນາການຫຼາຍຝ່າຍ, ເສີມຂະຫຍາຍບົດບາດຂອງ ອາຊຽນ ແລະ ເພີ່ມທະວີການຕິດພັນກັບໂຄງການດຳເນີນງານຂອງ G20.