ຂ່າວສານ

ຫວຽດ​ນາມ ສະ​ເໜີ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່, ຊຸກ​ຍູ້​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ - ລ້​ານ​ຊ້າງ

ບັນ​ດາ​ການ​ຫັນ​ປ່ຽນ​ຢ່າງ​ແຮງ​ຂອງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ການຫັນ​ເປັນ​ສີ​ຂຽວ ແລະ ການສ້າງ​ໂຄງ​ປະ​ກອບ​ບັນ​ດາ​ລະ​ບົບ​ສະ​ໜອງ​ຄືນ ພວມ​ເປີດ​​ພື້ນ​ທີ່​ພັດ​ທະ​ນາ​ໃໝ່, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ປະ​ເທດ​ຢູ່​ພາກ​ພື້ນ ແມ່​ນ້ຳ​ຂອງ - ລ້ານ​ຊ້າງ ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ປັບ​ຕົວ, ເພີ່ມ​ທະ​ວີ​ລັກ​ສະ​ນະ​ເຊື່ອມ​ຕໍ່, ເຊື່ອມ​ຈອດ.
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແມ່​ນ້ຳ​ຂອງ ລ້ານ​ຊ້າງ​ຄັ້ງ​ທີ 11 (ພາບ: VNA)

ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ ຫວາງ​ອີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ, ວັນ​ທີ 4 ພະ​ຈິກ, ທ່ານ ເລ​ຮວ່າຍ​ຈຸງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຮ່ວມ​ມື ແມ່​ນ້ຳ​ຂອງ - ລ້ານ​ຊ້າງ (MLC) ຄັ້ງ​ທີ 11 ຢູ່​ປັກ​ກິ່ງ, ຈີນ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເລ​ຮ​ວ່າຍ​ຈຸງ ເນັ້ນ​ໜັກ​ວ່າ ບັນ​ດາ​ການ​ຫັນ​ປ່ຽນ​ຢ່າງ​ແຮງ​ຂອງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ການຫັນ​ເປັນ​ສີ​ຂຽວ ແລະ ການສ້າງ​ໂຄງ​ປະ​ກອບ​ບັນ​ດາ​ລະ​ບົບ​ສະ​ໜອງ​ຄືນ ພວມ​ເປີດ​​ພື້ນ​ທີ່​ພັດ​ທະ​ນາ​ໃໝ່, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ປະ​ເທດ​ຢູ່​ພາກ​ພື້ນ ແມ່​ນ້ຳ​ຂອງ - ລ້ານ​ຊ້າງ ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ປັບ​ຕົວ, ເພີ່ມ​ທະ​ວີ​ລັກ​ສະ​ນະ​ເຊື່ອມ​ຕໍ່, ເຊື່ອມ​ຈອດ.

ກ່ຽວ​ກັບ​ການ​ກຳ​ນົດ​ທິດ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ສະ​ເໜີ​ສຸມ​ໃສ່​ສ້າງ​ພາກ​ພື້ນ​ແມ່​ນ້ຳ​ຂອງ - ລ້ານ​ຊ້າງ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ປ່ຽນ​ແປງ​ໃໝ່, ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ພາກ​ພື້ນ, ຍູ້​ແຮງ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ MLC ແລະ ບັນ​ດາ​ກົນ​ໄກ​ຢູ່​ພາກ​ພື້ນ, ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳ​ຂອງ​ອື່ນໆ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ຄວາມ​ໝັ້ນ​ຄົງ​ແບບ​ໃໝ່ ແລະ ຖື​ມະ​ນຸດ​ເປັນ​ໃຈ​ກາງ​ຂອງ​ການ​ຮ່ວມ​ມື MLC.

ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ ເລ​ຮ​ວ່າຍ​ຈຸງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ ຫວາງ​ອີ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ, ພົບ​ປະ​ກັບ​ທ່ານ ທອງ​ສະ​ຫວັນ ພົມ​ວິ​ຫານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລາວ ແລະ ທ່ານ Prak Sokhonnຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ກຳ​ປູ​ເຈຍ.


top