ຂ່າວສານ

ຫວຽດ​ນາມ ສະ​ເໜີຫຼາຍການ​ກຳ​ນົດ​ທິດ​ການ​ຮ່ວມ​ມື​ຢູ່ກອງ​ປະ​ຊຸມລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ BRICS

ວັນ​ທີ 14 ພຶດ​ສະ​ພາ, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກາ​ນ​ຕ່າງ​ປະ​ເທດ​ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ຫາ​ກໍ່​ພົ້ນ​ເດັ່ນ (BRICS) ເປີດກວ້າງ, ດ້ວຍ​ຫົວ​ຂໍ້ “ສ້າງ​ຄວາມ​ສາ​ມາດ​ຕ້ານ​ທານ, ປ່ຽນ​ແປງ​ໃໝ່, ການ​ຮ່ວມມື ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ”, ຖືກ​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ New Delhi, ອິນ​ເດຍ, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອິນ​ເດຍ, ປະ​ເທດປະ​ທານ BRICS ປີ 2026. ເຂົ້າ​ຮ່ວມກອງ​ປະ​ຊຸມ ມີ​ທ່ານ​ລັດ​ຖະ​ມົນ​ຕີ, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ BRICS ແລະ ບັນ​
  ທ່ານ​ນາງ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຫງວຽນ​ມິງ​ຮັ່ງ ກ່າວ​ຄຳ​ເຫັນ​ທີ່ວ​າ​ລະ​ປຶກ​ສາ​ຫາ​ລື​(ພາບ​:baoquocte.vn)  

ຄະ​ນະ​ຜູ້​ແທນ ຫວຽດ​ນາມ, ໂດຍ​ທ່າ​ນ​ນາງ ຫງວຽນ​ມິງ​ຮັ່ງ ​ຮອງລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ນຳ​ໜ້າ, ເຂົ້າ​ຮ່ວມ ແລະ ກ່າ​ວ​ຄຳ​ເຫັນ​ທີ່​ວາ​ລະ​ປຶກ​ສາ​ຫາ​ລື. ທ່ານ​ນາງ​ຮອງ​ລັດ​ຖະ​ມົນ​ຕີ ຫງວຽນ​ມິງ​ຮັ່ງ ໄດ້​ແບ່ງ​ປັນ​ກ່ຽວ​ກັບ​ບັນ​ດາ​​ການກຳ​ນົດ​ທິດ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຕິດ​ພັນ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ຂອງ ຫວຽດ​ນາມ, ພ້ອມ​ທັງ​ສະ​ເໜີ​ບາງ​ການ​ກຳ​ນົດ​ທິດ​​ການ​ຮ່ວມ​ມື​ລະ​ຫວ່າງ BRICS ກັບ​ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື.

ຕາ​ມ​ນັ້ນ​ແລ້ວ, ບັນ​ດາ​ປະ​ເທດ​ຕ້ອງ​ຍູ້​ແຮງ​ການ​ຮ່ວມ​ມື​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ, ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ທົນ​ທານ​ຂອງ​ລະ​ບົບ​ສະ​ໜອງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ຈຳ​ເປັນ; ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ logistics ແລະ ເຊື່ອມ​ຕໍ່​ລະ​ຫວ່າງ​ທະ​ວີບ, ຮັບ​ປະ​ກັນ​ຄວາມ​ເສ​ລີ, ຄວາມ​ປອດ​ໄພໃນ​ການ​ເດີນ​ເຮືອ ແລະ ການ​ບິນ. ພ້ອມ​ດຽວ​ກັນ​ນັ້ນ, ກໍ່ຮ່ວມ​ມື​ກັນ​ຮັບ​ປະ​ກັນ​ກະ​ແສການ​ຄ້າ ແລະ ການ​ລົງ​ທຶນ​ໃຫ້​ເຄື່ອນ​ໄຫວ​ຢ່າງ​ລຸ​ລ່ວງ ແລະ ຍູ້​ແຮງ​ການ​ຮ່ວມມ​ື​ດ້ານ​ວິ​ທະ​ຍາ​ສາດ​ - ເຕັກ​ໂນ​ໂລ​ຢີ, ​ການຫັນ​ເປັນ​ດີ​ຈີ​ຕອນ.

ກອງ​ປະ​ຊຸມ​ດັ່ງ​ກ່າວ​ສືບ​ຕໍ່​ໄດ້​ດຳ​ເນີນ​ໃນ​ວັນ​ທີ 15 ພຶດ​ສະ​ພາ ດ້ວຍ​ວາ​ລະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ “ປະ​ຕິ​ຮູບ​ລະ​ບົບຫຼາຍ​ຝ່າຍ ແລະ ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ທົ່ວ​ໂລກ”./.


top