ຕອນບ່າຍວັນທີ 12 ພຶດສະພາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນການພົບປະສອງຝ່າຍລະຫວ່າງກົມນິຕິກຳ ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກົມນິຕິກຳ ກະຊວງປ້ອງກັນປະເທດ ສະຫະພັນ ລັດເຊຍ. ທ່ານ ພັນເອກ ຫວູວັນກ້ຽມ, ຮອງຫົວໜ້າກົມນິຕິກຳ ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານ Nikolai Vasilyevich Petrakov ຮອງຫົວໜ້າກົມນິຕິກຳ ກະຊວງປ້ອງກັນປະເທດ ສະຫະພັນ ລັດເຊຍ, ເປັນປະທານຮ່ວມ.
ບັນຍາກາດການພົບປະສອງຝ່າຍ (ພາບ: qdnd.vn) ໃນການພົບປະສອງຝ່າຍ, ສອງອົງການໄດ້ຢັ້ງຢືນເຖິງຄວາມຈຳເປັນ ແລະ ກຳລັງບົ່ມຊ້ອນຢ່າງໃຫຍ່ຫຼວງໃນການເປີດກວ້າງການຮ່ວມມືທາງດ້ານວິຊາການ; ໂດຍເນັ້ນໜັກວ່າ ສາຍພົວພັນຮ່ວມມືລະຫວ່າງກົມນິຕິກຳ ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກົມນິຕິກຳ ກະຊວງປ້ອງກັນປະເທດ ສະຫະພັນ ລັດເຊຍ ໄດ້ມີພື້ນຖານອັນໝັ້ນແກ່ນ ນັ້ນແມ່ນບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງປ້ອງກັນປະເທດສອງປະເທດກ່ຽວກັບການຮ່ວມມືໃນຂົງເຂດກົດໝາຍດ້ານການທະຫານ, ປ້ອງກັນຊາດ ທີ່ໄດ້ລົງນາມເມື່ອປີ 2022.
ສອງອົງການເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງ ຈະສຸມໃສ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນແບບໝູນວຽນ; ຍູ້ແຮງການແລກປ່ຽນບົດຮຽນປະສົບການໃນວຽກງານສ້າງກົດໝາຍ ແລະ ປັບປຸງລະບອບລະບຽບການດ້ານການທະຫານ, ປ້ອງກັນຊາດໃຫ້ສົມບູນແບບເພື່ອປະກອບສ່ວນສ້າງລະບອບລະບຽບການຂອງແຕ່ລະຝ່າຍ; ຍູ້ແຮງການຮ່ວມມືດ້ານການສຶກສາບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນຂົງເຂດນີ້ອີກດ້ວຍ.