ທ່ານ ຫງວຽນຊວັນຖັງ ປະທານສະພາທິດສະດີສູນກາງ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສະໜັບສະໜູນລາວໃນພາລະກິດແຫ່ງການສ້າງສາ, ພັດທະນາປະເທດຊາດ.
ທ່ານ ວິໄລ ຫຼ້າຄຳຟອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ຕ້ອນຮັບ ທ່ານ ຫງວຽນຊວັນຖັງ ປະທານສະພາທິດສະດີສູນກາງ ຫວຽດນາມ (ພາບ: VNA)
ວັນທີ 5 ພະຈິກ, ຢູ່ນະຄອນຫຼວງ ວຽງຈັນ (ລາວ), ທ່ານ ວິໄລ ຫຼ້າຄຳຟອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ຕ້ອນຮັບ ທ່ານ ຫງວຽນຊວັນຖັງ ປະທານສະພາທິດສະດີສູນກາງ ຫວຽດນາມ ທີ່ພວມຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມທິດສະດີຄັ້ງທີ XIII ລະຫວ່າງສອງພັກ.
ທີ່ການຕ້ອນຮັບ, ທ່ານ ຫງວຽນຊວັນຖັງ ປະທານສະພາທິດສະດີສູນກາງ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສະໜັບສະໜູນລາວໃນພາລະກິດແຫ່ງການສ້າງສາ, ພັດທະນາປະເທດຊາດ. ທ່ານເນັ້ນໜັກວ່າ ຄວາມໄວ້ເນື້ອເຊື່ອດ້ານການເມືອງລະຫວ່າງສອງພັກແມ່ນພື້ນຖານສຳຄັນຂອງການພົວພັນສອງຝ່າຍ, ພ້ອມທັງສະເໜີສອງຝ່າຍສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແບ່ງປັນບົດຮຽນປະສົບການ ແລະ ຊຸກຍູ້ການຮ່ວມມືຢ່າງແທ້ຈິງ. ສອງຝ່າຍເຊື່ອໝັ້ນວ່າ ໝາກຜົນຂອງກອງປະຊຸມຈະປະກອບສ່ວນປັບປຸງຄວາມສະໜິດຕິດພັນລະຫວ່າງສອງພັກ, ຊຸກຍູ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ - ລາວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທ້ຈິງ ແລະ ມີປະສິດທິຜົນ.