ຂ່າວສານ

ຫວຽດ​ນາມ, ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຊຸກ​ຍູ້​ກາ​ນ​ຖະ​ແຫຼງ​ຂ່າວໂຄສະນາ

ວຽກງານໂຄສະນາເຜີຍແຜ່ໃນໄລຍະຜ່ານມາໄດ້ປະກອບສ່ວນແຜ່ກະຈາຍຂໍ້ມູນຂ່າວສານກ່ຽວກັບການຮ່ວມມື ຫວຽດນາມ - ລາວ ຢ່າງເລິກເຊິ່ງກວ້າງຂວາງ, ຊ່ວຍໃຫ້ປະຊາຊົນສອງປະເທດເຂົ້າໃຈແຈ້ງກ່ຽວກັບການພົວພັນມິດຕະພາບອັນຍິ່ງໃຫຍ່.
ທ່ານ ຈ້ຽວຕ່າຍວິງ, ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດ ແລະ ທ່ານ ຄຳພັນ ເຜີຍຍະວົງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົບສູນກາງພັກປະຊາຊົນປະຕິວັດລາວ (ພາບ: TTXVN)

ຕອນເຊົ້າວັນທີ 19 ພະຈິກ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ຈ້ຽວຕ່າຍວິງ, ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ຄຳພັນ ເຜີຍຍະວົງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົບສູນກາງພັກປະຊາຊົນປະຕິວັດລາວ ແລະ ທ່ານນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານແນວລາວສ້າງຊາດ.

ທີ່ການຕ້ອນຮັບ, ທ່ານ ຈ້ຽວຕ່າຍວິງ ໄດ້ຢັ້ງຢືນວ່າ: ວຽກງານໂຄສະນາເຜີຍແຜ່ໃນໄລຍະຜ່ານມາໄດ້ປະກອບສ່ວນແຜ່ກະຈາຍຂໍ້ມູນຂ່າວສານກ່ຽວກັບການຮ່ວມມື ຫວຽດນາມ - ລາວ ຢ່າງເລິກເຊິ່ງກວ້າງຂວາງ, ຊ່ວຍໃຫ້ປະຊາຊົນສອງປະເທດເຂົ້າໃຈແຈ້ງກ່ຽວກັບການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.

ສ່ວນທ່ານ ຄຳພັນ ເຜີຍຍະວົງ ສະເໜີສອງຝ່າຍສືບຕໍ່ເພີ່ມທະວີການພົບປະແລກປ່ຽນ, ໜູນຊ່ວຍເຊິ່ງກັນແລະກັນໃນທຸກຂົງເຂດ, ຍູ້ແຮງວຽກງານໂຄສະນາແນວທາງ, ນະໂຍບາຍຂອງພັກ ແລະ ລັດ ໄປຍັງປະຊາຊົນສອງປະເທດ. ໃນຂະນະນັ້ນ, ທ່ານນາງ ອິນລາວັນ ແກ້ວບຸນພັນ ໄດ້ສະເໜີ ຫວຽດນາມ ສືບຕໍ່ແບ່ງປັນບົດຮຽນປະສົບການໃນວຽກງານໂຄສະນາ, ເປັນຕົ້ນແມ່ນການຖ່າຍທອດແນວທາງ, ແຜນນະໂຍບາຍຂອງພັກ ແລະ ລັດໄປຍັງປະຊາຊົນຢ່າງຖືກຕ້ອງ.


top