ຂ່າວສານ

ຫວຽດ​ນາມ ຢຶດ​ໝັ້ນ​ກັບ​ບັນ​ດາ​ຄຸນ​ຄ່າການ​ໂອ້​ລົມ​ສົນ​ທະ​ນາ, ການຮ່ວມ​ມື, ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ພັດ​ທະ​ນາ

ວັນ​ທີ 24 ກໍ​ລະ​ກົດ, ໃນ​ຂອບ​ເຂດກອງ​ປ​ະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບັນ​ດາ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 59 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ ​ທີ່​ໄດ້​ດຳ​ເນີນ​ຢູ່ ມາ​ນີ​ລາ, ຟີ​ລິບ​ປິນ, ທ່ານ ເລ​ຮວ່າຍ​ຈຸງ ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ມີ​ການ​ພົບ​ປະ​ກັບ ​ທ່ານ Tom Berendsen ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໂຮນ​ລັງ.

ວັນ​ທີ 24 ກໍ​ລະ​ກົດ, ໃນ​ຂອບ​ເຂດກອງ​ປ​ະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບັນ​ດາ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 59 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ ​ທີ່​ໄດ້​ດຳ​

  ທ່ານ ເລ​ຮວ່າຍ​ຈຸງ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດນາມ ແລະ ທ່ານ​ Xavier Bettel ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລຸກ​ຊຳ​ບວກ (ພາບ: VNA)  

ເນີນ​ຢູ່ ມາ​ນີ​ລາ, ຟີ​ລິບ​ປິນ, ທ່ານ ເລ​ຮວ່າຍ​ຈຸງ ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ມີ​ການ​ພົບ​ປະ​ກັບ ​ທ່ານ Tom Berendsen ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໂຮນ​ລັງ.

ນະ​ທີ່​ນີ້, ລັດ​ຖະ​ມົນ​ຕີ​ສອງ​ທ່ານໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ເປັນ​ຕົ້ນ​ແມ່ນ​ຂັ້ນ​ສູງ, ປະ​ສານ​ສົມ​ທົບ​ກັນ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ທີ 9 ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ ໂຮນ​ລັງ ກ່ຽວ​ກັບ​ການ​ປັບຕົວໃຫ້ແທດເໝາະ​ກັບ​ກາ​ນ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ການຄຸ້ມ​ຄອງ​ແຫ່ງ​ລັດ ຢູ່ ຫວຽດ​ນາມ. ທ່ານ​ເລ​ຮວ່າຍ​ຈຸງ ສະ​ເໜີ ໂຮ​ນ​ລັງ ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ອາ​ລັກ​ຂາ​ການ​ລົງ​ທຶນ ຫວຽດ​ນາມ - ສະ​ຫະ​ພາບ​ເອີ​ລົບ (EU) (EVIPA)ໂດ​ຍ​ໄວ.

ທີ່​ການ​ພົບ​ປະ​ກັບ ​ທ່ານ​ Xavier Bettel ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລຸກ​ຊຳ​ບວກ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຖື​ການ​ຮ່ວ​ມ​ມື​ດ້ານ​ການ​ເງິນ​ແມ່ນ​ເສົາ​ຄ້ຳ​ສຳ​ຄັນ​ຂອງ​ການ​ພົວ​ພັນ​ສອງ​ຝ່າຍ, ຊຸກ​ຍູ້​ການ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ, ບຳ​ລຸງ​ສ້າ​ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ເຊື່ອມ​ຕໍ່​ບັນ​ດາ​ກົນ​ໄກ​ການ​ເງິນ, ກອງ​ທຶນ​ລົ​ງ​ທຶນ, ຕະຫຼາດ​ຫຼັກ​ຊັບ ແລະ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ.

ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເລ​ຮວ່າຍ​ຈຸງ ສະ​ເໜີ ​ລຸກ​ຊຳ​ບວກ​ ໜູນ​ຊ່ວຍ ຫວຽດ​ນາມ ລະ​ດົມ​ແຫຼ່ງ​ກຳ​ລັງ​ໃຫ້​ການ​ຫັນ​ປ່ຽນ​ສີ​ຂຽວ, ພັດ​ທະ​ນາ​ຕະຫຼາດ​ທຶນ, ຍົກ​ສູງ​ຄວາມ​ສາ​ມາ​ດ​ໃນ​ການ​ຄຸ້ມຄອງ​ການ​ເງິນ ແລະ ສ້າງ​ຂອບ​ນະ​ໂຍ​ບາຍ​ກ່ຽວ​ກັບ​ພາ​ສີ, ຫຼັກ​ຊັບ​ໃຫ້​ສົມ​ບູນ.

ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເລ​ຮວ່າຍ​ຈຸງ ໄດ້​ມີ​ການ​ພົບ​ປະ​ກັບ ​ທ່ານ Sultan bin Saad Al Muraikhi ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ກາ​ຕາ.


top