ທ່ານ​ນາງ​ ຟ້າມ​ທູ​ຮັ່ງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ (ພາບ: ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ)  

ວັນ​ທີ 22 ພຶດ​ສ​ະ​ພາ, ເມື່ອ​ຕອບ​ສຳ​ພ​າດ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ປະ​ຕິ​ກິ​ລິ​ຍາ​ຂອງ ຫວຽດ​ນາມ ຕໍ່​ຄຳ​ກ່າວ​ຫາ​ຂອງ​ກະ​ຊວງ​ຍຸ​ຕິ​ທຳ ອາ​ເມ​ລິ​ກາ ສຳ​ລັບ ສະ​ຫາຍ ພົນ​ເອກ Raul Castro, ທ່ານ​ນາງ​ ຟ້າມ​ທູ​ຮັ່ງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຊີ້​ແຈ້ງວ່າ: “ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ມາດ​ຕະ​ການທາງຕຸລາການຂອງ​ກະ​ຊວ​ງ​ຍຸ​ຕິ​ທຳ ອາ​ເມ​ລິ​ກາ ທີ່​ໄດ້​ປະ​ກາດບົດກ່າວໂທດ​ທາງອາ​ຍາ​ສຳ​ລັບ​ທ່ານ Raul Castro ອະ​ດີດ​ເລ​ຂາທີ 1 ​ພັກ​ກອມ​ມູ​ນິດ ກູ​ບາ, ອະ​ດີດ​ປະ​ທານ​ສະ​ພາ​ລັດ​ຖະ​ມົນ​ຕີ ແຫ່ງ ສ. ກູ​ບາ.

ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ດຳ​ເນີນ​ການ​ສົນ​ທະ​ນາ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ກົດ​ບັດ ສ​ປ​ຊ, ເຄົາ​ລົບເອ​ກະ​ລາດ, ອະ​ທິ​ປະ​ໄຕ ແລະ ບໍ່​ແຊກ​ແຊງ​ເຂົ້າ​ບັນ​ດາ​ວຽກ​ງານ​ພາຍ​ໃນ​ຂອງ​ບັນ​ດາ​ປະ​ເທດ. ອີກ​ຄັ້ງ​ໜຶ່ງ, ຫວຽດ​ນາມ ຢັ້ງ​ຢືນ​ນ້ຳ​ໃຈ​ສາ​ມັກ​ຄີ, ມິ​ດ​ຕະ​ພັນ​ອັນ​ເປັນ​ມູນ​ເຊື້ອ​ກັບ​ປະ​ຊາ​ຊົນ ກູ​ບາ ອ້າຍ​ນ້ອງ ຢ່າງ​ແຮງ, ຮຽກ​ຮ້ອງ​ປະ​ຕິ​ບັດ​ບັນ​ດາ​ມະ​ຕິ​ຂອງ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຍົກ​ເລີກ​ການ​ປິດ​ລ້ອມ, ຂວ້ຳ​ບາດ​ຕາມ​ລຳ​ພັງ​ຝ່າຍ​ດຽວ​ຕ້ານ​ຄືນ ກູ​ບາ.