ຂ່າວສານ

ຫວຽດ​ນາມ ຢັ້ງ​ຢືນ​ທີ່​ຕັ້ງ​ສະ​ມາ​ຊິກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ກອ​ງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສົນ​ທິ​ສັນ​ຍາ​ປີ 2003 ຂອງອົງ​ການ UNESCO

ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 11 ສະ​ມັດ​ຊາ​ໃຫຍ່ສົນ​ທິ​ສັນ​ຍາປີ 2003 ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ຂອງ​ອົງ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ ແລະ ວັດ​ທ​ນະ​ທຳ​ຂອງ ສ​ປ​ຊ (UNESCO) ໄດ້​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 19 ມິ​ຖຸ​ນາ ຢູ່​ນະ​ຄອນຫຼວງ ປາ​ຣີ ຂອງ ຝ​ລັ່ງ, ພາຍຫຼັງເຮັດ​ວຽກ​ມາ​ເປັນ​ເວ​ລາ 04 ວັນ.
ທ່ານ ໂງ​ເລ​ວັນ ຮອງ​ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ UNESCO ແຫ່ງ​ຊາດ ຫວຽດ​ນາມ ກ່າວ​ຄຳ​ເຫັນ​ໃນ​ກອ​ງ​ປະ​ຊຸມ

ກອງ​ປະ​ຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນກວ່າ 650 ທ່ານ ທີ່​ມາ​ຈ​າກ 185 ປະ​ເທດ​ສະ​ມາ​ຊິກ. ຄະ​ນະ​ຜູ້​ແທນ ຫວຽດ​ນາມ ນຳ​ໂດຍ​ທ່ານ ໂງ​ເລ​ວັນ ຮອງ​ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ UNESCO ແຫ່ງ​ຊາດ ຫວຽດ​ນາມ.

ໃນ​ກອງ​ປະ​ຊຸມ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ໂງ​ເລ​ວັນ ສະ​ເໜີ​ໃຫ້ UNESCO ແລ​ະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສືບ​ຕ​ໍ່​ລະ​ດົມ​ບັນ​ດາ​ແຫຼ່ງ​ກຳ​ລັງ​ໃໝ່, ປະ​ດິດ​ຄິດ​ສ້າງ; ຂຸດ​ຄົ້ນ​ເຕັກ​ໂນ​ໂລ​ຢີ​ຢ່າງ​ມີ​ປະ​ສິດ​ທິ​ຜົນ; ຊຸກ​ຍູ້​ຄ​ວາມ​ຜູກ​ພັນ​ລະ​ຫວ່າງ​ສົນ​ທິ​ສ​ັນ​ຍາ 203 ດ້ວຍ​ບັນ​ດາ​ສົນ​ທິ​ສັນ​ຍາ​ວັດ​ທະ​ນະ​ທຳ​ອື່ນ​ຂອງ UNESCO, ໂດຍ​ສະ​ເພາະ​ແມ່ນ​ສົນ​ທິ​ສັນ​ຍາປີ 1972 ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ແລະ ທຳ​ມະ​ຊາດ​ໂລກ. ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ UNESCO ແຫ່ງ​ຊາດ ຫວຽດ​ນາມ ຢັ້ງ​ຢືນ​ວ່າ: ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ 2023 ແຕ່​ຫົວ​ທີ, ຫວຽດ​ນາມ ຍາມ​ໃດ​ກໍ​ຖື​ວັດ​ທະ​ນະ​ທຳ​ແມ່ນ​ພື້ນ​ຖານ​ທາງ​ດ້ານ​ຈິດ​ໃຈ​ຂອງ​ສັງ​ຄົມ, ທັງ​ແມ່ນ​ເປົ້າ​ໝາຍ, ທັງ​ແມ່ນ​ກຳ​ລັງ​ໜູນ​ຂອງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ໂງ​ເລ​ວັນ ຢັ້ງ​ຢືນ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ເຈົ້າ​ການ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ, ຮ່ວມ​ເດີນ​ທາງ​ພ້ອມ​ກັບ UNESCO ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ເພື່ອ​ໃຫ້​ສົນ​ທິ​ສ​ັນ​ຍາ​ສະ​ບັບ​ນີ້​ສືບ​ຕໍ່​ແມ່ນ​ຂອບ​ເຂດ​ການ​ຮ່ວມ​ມື​ວັດ​ທະ​ນະ​ທຳ​ມະ​ນຸດ, ມີ​ປະ​ສິດ​ທິ​ຜົນ, ປະ​ກອບ​ສ່ວນ​ໃຫ້​ໂລກ​ມີ​ຄວາມຫຼາຍ​ຮູບຫຼາຍ​ແບບ, ກວມ​ລວມ ແລະ ສັນ​ຕິ​ພາບກວ່າ.


top